Skip to content
ການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ກົດລະບຽບສະຫະພັນກຳມະບານລາວ ໃຫ້ມະຫາຊົນກ້າວໜ້າ ຂອງ ກຳມະບານຮາກຖານ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ຈໍານວນ 183 ທ່ານ, ຍິງ 100 ທ່ານ ໃນນັ້ນ ສະຖາບັນຈໍານວນ 168 ທ່ານ , ຍິງ 91 ທ່ານ, ກົມກວດກາ 1 ທ່ານ, ກົມແຜນການ ແລະ ການຮ່ວມມື 1 ທ່ານ, ບໍລິສັດໄປສະນີ 13 ທ່ານ ໃນວັນທີ 06 ກໍລະກົດ 2020, ທີ່ສະຖາບັນ.

ຜ່ານກົດລະບຽບໂດຍທ່ານ ທ່ານ ຈັນທະວອນ ພຣະຄິ່ນ ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ປທສ ທັງເປັນປະທານກຳມະບານຮາກຖານ ສຕສ.
ໃຫ້ກຽດຂຶ້ນມອບບັດສະມາຊິກກຳມະບານ ແລະ ຈັບມືຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊີກກຳມະບານ ໂດຍ ທ່ານ ຄຳໄມ ແພງວົງສາ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ປທສ
ນອກນີ້ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ທ່ານ ຄຳໄມ ແພງວົງສາ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ປທສ
ກອງປະຊຸມໄດ້ເລີ່ມຕົ້ນຂຶ້ນເວລາ 13:30 ໃນວັນທີ 06 ກໍລະກົດ 2020 ແລະ ສິ້ນສຸດລົງ ເວລາ 15: 30 ຂອງວັນດຽວກັນ