ວິໄສທັດ
ຮອດປີ 2020, ພັດທະນາສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃຫ້ກາຍເປັນ ສະຖາບັນທີ່ນຳໜ້າຂອງຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ໄອຊີທີ) ໃນດ້ານການສຶກສາ, ການຄົ້ນຄວ້າ, ວິໃຈດ້ານໄອຊີທີ ໃຫ້ໄດ້ມາດຕະຖານລະດັບຊາດ, ພາກພື້ນ ແລະ ສາກົນ.
ປັດຊະຍາ
ສຶກສາດີ ມີວິໃນ ສົ່ງເສີ່ມການນຳໃຊ້ເຕັກໂນໂລຊີ ທັນສະໄໝ
1. ປະຫວັດໂດຍຫຍໍ້ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.
-
ປະຫວັດຫຍໍ້
ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ຫຼື Institute of Information Communications and Technology (IICT) ໄດ້ສ້າງຂຶ້ນໃນປີ ຄ.ສ 1973 ພາຍໃຕ້ການອຸປະຖໍາທາງດ້ານການກໍ່ສ້າງອາຄານ,ຫ້ອງທົດລອງ,ອຸປະກອນ ແລະ ຫຼັກສູດການຮຽນການສອນຄົບສຸດໂດຍອົງການໂທລະຄົມສາກົນ (ITU) ຊື່ເດີມເອີ້ນວ່າ:ສູນກາງ - ຝຶກອົບຮົມ ວິຊາຊີບໂທລະຄົມມະນາຄົມແຫ່ງຊາດ (Centre National de Formation des Telecommunications).
ຕັ້ງແຕ່ປີ ຄ.ສ 2011 ເຖິງປັດຈຸບັນ ແມ່ນໄດ້ປ່ຽນຊື່ມາເປັນ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຂຶ້ນກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ມີພາລະບົດ ບາດຕາມ ຂໍ້ຕົກລົງຂອງລັດຖະມົນຕີວ່າການສະບັບເລກທີ 992/ປທສ,ລົງວັນທີ 05/06/2013.
ເປັນສະຖາບັນພັດທະນາບຸກຄະລາກອນດ້ານ ໄປສະນີ ແລະ ວິສະວະກໍາ ໄອຊີທີ ແຫ່ງຊາດ ໃນລະດັບຊັ້ນກາງ, ຊັ້ນສູງ ແລະ ປະລິນຍາຕີ. ໃນຮູບແບບການຮຽນ ແລະ ການຝຶກອົບຮົມ.
-
ພາລະບົດບາດ
ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ມີຖານະທຽບເທົ່າກົມ, ສັງກັດໃນໂຄງປະກອບການຈັດຕັ້ງຂອງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ,
ມີພາລະບົດບາດເປັນຫົວໜ່ວຍວິຊາການໃນການຄົ້ນຄ້ວາສ້າງ,ປັບປຸງຫຼັກສູດ ການສິດສອນ, ສ້າງ ແລະ ພັດທະນາຊັບພະຍາກອນມະນຸດຂະແໜງໄປສະນີ ແລະ ໄອຊີທີ ໃຫ້ແກ່ສັງຄົມ.
2. ການຮ່ວມມືພາຍໃນ ແລະ ຕ່າງປະເທດ.
ການຮ່ວມມືພາຍໃນ
ບັນດາການຈັດຕັ້ງພາຍໃນກະຊວງ ປທສ.
- ກະຊວງສຶກສາທິການ ແລະ ກິລາ.
- ລັດວິສາຫະກິດໄປສະນີລາວ.
- ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ.
- ລັດວິສາຫະກິດລາວໂທລະຄົມ (LTC).
- ບໍລິສັດອີທີແອວມະຫາຊົນ (ETL).
- ບໍລິສັດວິມແປວຄອມລາວ (Beeline).
- ບໍລິສັດສະຕາໂທລະຄົມ(Star Phone).
- ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາສະຖາບັນອື່ນໆ
ການຮ່ວມມືກັບຕ່າງປະເທດ
- ສສ ຫວຽດນາມ.ສະຖາບັນPTIT
- ອົງການໂທລະຄົມໂລກ (ITU).
- ສະຖາບັນຊີສໂກ ຂົງເຂດພູມີພາກ
- ສະຖາບັນວິຊາຊີບລີນຸກ (ມາເລເຊຍ).
- ມະຫາວິທະຍາໄລ ພະຈອມເກົ້າ (ໄທ)
- ບໍລິສັດລໍາຊຸງ ຈໍາກັດ (ເກົາຫຼີໃຕ້)