ປະກາດເປີດຮັບນັກສຶກສາຮຽນພາສາຫວຽດນາມ ທີ່ ສູນພາສາຫວຽດນາມມິດຕະພາບ UCL-IICT
ສູນພາສາຫວຽດນາມ ມິດຕະພາບ UCL – IICT ແຈ້ງການຮັບນັກສຶກສາ ຮຽນພາສາຫວຽດນາມ ຂັ້ນໜຶ່ງ (B1) ຕາມຫຼັກສູດພາສາຫວຽດນາມ ມີທັງໝົດຫົກຂັ້ນ (B6) ໃຊ້ສຳລັບຄົນຕ່າງປະເທດ ໂດຍມີລາຍລະອຽດດັ່ງນີ້:
- ເປົ້າໝາຍ: ຜູ້ທີ່ມີຄວາມຕ້ອງການຮຽນພາສາຫວຽດນາມ, ບໍ່ຈຳແນກເຊື້ອຊາດ, ເພດ-ໄວ ແລະ ອາຍຸ.
- ໄລຍະເວລາລົງທະບຽນຮຽນ: ນັບແຕ່ມື້ແຈ້ງການຈົນເຖິງວັນທີ 22/03/2023.
- ໄລຍະເວລາຮຽນ: 03-04 ເດືອນ; ເລີ່ມເປີດຮຽນ: ວັນທີ 25/03/2023.
- ຮູບແບບການຮຽນ: ຮຽນໂດຍກົງໃນຫ້ອງຮຽນສິດສອນໂດຍອາຈານຄົນຫວຽດນາມ ຈາກ ມລ ກິວລອງ ສສ. ຫວຽດນາມ.
- ຮູບແບບການສອບເສັງ: ເສັງຜ່ານ ໂປຼແກມຄອມພິວເຕີ ພາຍໃນສູນ.
- ສະຖານທີ່ຮຽນ: ສູນພາສາຫວຽດນາມ ມິດຕະພາບ UCL–IICT, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານກະຊວງເຕັກໂນໂລຊີ ແລະ ການສື່ສານ, ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ສປປ ລາວ.
- ຕາຕະລາງຮຽນ:
ຫ້ອງ 01: ວັນຈັນ, ວັນພຸດ ແລະ ວັນສຸກ ເວລາ 17:00 ຫາ 20:00 (03 ຊົ່ວໂມງ/ມື້)
ຫ້ອງ 02: ວັນອັງຄານ, ວັນພະຫັດ ແລະ ວັນເສົາ ເວລາ 17:00 ຫາ 20:00 (03 ຊົ່ວໂມງ/ມື້)
ຫ້ອງ 03: ວັນເສົາ ແລະ ວັນອາທິດ ເວລາ 09:00-12:00 & 13:00-16:00 (06 ຊົ່ວໂມງ/ມື້) - ຄ່າທຳນຽມຮຽນ: 750.000 ກີບ/ຫຼັກສູດ; ຈຳນວນລວມຊົ່ວໂມງຮຽນທັງໝົດ: 145 ຊົ່ວໂມງ.
- ພາຍຫຼັງສໍາເລັດການຮຽນແລ້ວຈະໄດ້ຮັບໃບຢັ້ງຢືນ ຈາກ ມລ ກິວລອງ ສສ. ຫວຽດນາມ.
- ເອກະສານລົງທະບຽນຮຽນ (ຊີວະປະຫວັດ):
– ໃບຄຳຮ້ອງຂໍສະໝັກເຂົ້າຮຽນ (ຟອມສະໝັກຄັດຕິດມາພ້ອມນີ້).
– ຮູບ 4×6 ຈຳນວນ 03 ໃບ.
– ສະຖານທີ່ສົ່ງຊີວະປະຫວັດ: ສູນພາສາຫວຽດນາມ ມິດຕະພາບ UCL–IICT, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ສປປ ລາວ, ຜູ້ຮັບເອກະສານ: ປທ ເມກວົງສາ ສີໂຍທາ, ເບີໂທລະສັບ – WhatsApp: +856 20 91128911. (ສາມາດປະກອບຟອມແລ້ວສະແກນສົ່ງຜ່ານທາງອອນລາຍໄດ້).
