ປະຫວັດຄວາມເປັນມາ

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານຂຽນເປັນຕົວອັກສອນຫຍໍ້ວ່າ: (ສຕສ), ຂຽນເປັນພາສາອັງກິດ: Institute of Information and Communication (IICT) ເມື່ອກ່ອນເອີ້ນວ່າ: ສູນກາງ-ຝຶກອົບຮົມ ວິຊາຊີບໂທລະຄົມມະນາຄົມແຫ່ງຊາດ ( CentreNational de Formation des Telecommunicationns), ໄດ້ສ້າງຕັ້ງຂຶ້ນໃນປີ ຄ.ສ 1973 ພາຍໃຕ້ການອຸປະຖໍາ ທາງດ້ານການກໍ່ສ້າງອາຄານ, ຫ້ອງທົດລອງ, ອຸປະກອນ ແລະ ຫຼັກສູດ ການຮຽນ-ການສອນ ຄົບຊຸດ ໂດຍອົງການໂທລະຄົມສາກົນ (ITU).
– ປີ ຄ.ສ 2013 ໄດ້ປ່ຽນຊື່ເປັນ ສະຖາບັນໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຂຶ້ນກັບກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ມີພາລະບົດບາດຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການສະບັບເລກທີ 99/ປທສ, ລົງວັນທີ 05/06/2013.
– ປີ ຄ.ສ 2017 ໄດ້ປ່ຽນຊື່ເປັນ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຂຶ້ນກັບ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ມີພາລະບົດບາດ ຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການສະບັບເລກທີ 124/ປທສ, ລົງວັນທີ 21/03/2017.
– ປີ ຄ.ສ 2022 ໄດ້ນໍາໃຊ້ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສະບັບເລກທີ 794 /ກຕສ ລົງວັນທີ 15 ມີນາ 2022.
– ເປັນສະຖາບັນ ພັດທະນາບຸກຄະລາກອນດ້ານການສື່ສານ ແລະ ໄອທີ ໃນລະດັບຊັ້ນກາງ, ຊັ້ນສູງ ແລະ ປະລິນຍາຕີ ໃນຮູບແບບຂອງການຮຽນ (ໄລຍະຍາວ) ແລະ ການຝຶກອົບຮົມ (ໄລຍະສັ້ນ)