ພິທີເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນລະຫວ່າງ ສຕສ ກັບ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ

ໃນຕອນເຊົ້າຂອງວັນທີ 22/01/2020 ທີ່ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນລະຫວ່າງ ທ່ານ. ສາຍຝົນ ບຸດຈັນທະລາດ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ແລະ ທ່ານ. ສຸພົນ ຈັນທະວີໄຊ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ (ລລທ). ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວໂດຍມີ ທ່ານ. ທອງໃສ ຊານໄຊຍະ, ຮອງລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍຕາງໜ້າຈາກບັນດາກົມ/ທຽບເທົ່າ ທີ່ຂື້ນກັບກະຊວງ ປທສ, ຄະນະນໍາ, ຄະນະພະແນກ ຈາກ ສຕສ ແລະ ລລທ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີດັ່ງກ່າວ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ສຕສ ແລະ ລລທ ແມ່ນເພື່ອການພັດທະນາທາງດ້ານຊັບພະຍາກອນມະນຸດ, ການຮ່ວມມືທາງດ້ານວິຊາການຂອງທັງ 2 ຝ່າຍໃຫ້ເປັນໄປຕາມແນວທາງການພັດທະນາແບບສະໄໝໃໝ່ ເພື່ອຄວາມກ້າວໜ້າທາງດ້ານວິຊາການ, ການພັດທະນາ ແລະ ຄົ້ນຄວ້າ, ການສ້າງ START-UP ທີ່ສາມາດຕອບໂຈດບັນຫາ ຫຼື ຄວາມຮຽກຮ້ອງຕ້ອງການຂອງເສດຖະກິດ-ສັງຄົມ ແລະ ກາຍເປັນຖານທີ່ໝັ້ນແໜ້ນ ໃຫ້ການພັດທະນາຂອງທັງສອງຝ່າຍ ມີປະສິດຕິພາບ ເສີມສ້າງສັກກະຍະພາບ ເພື່ອການພັດທະນາ ທີ່ຍືນຍົງ.

featured