ພິທີເຊັນ MOU ລະຫວ່າງສະຖາເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ບໍລິສັດ ຫົວເວີຍເຕັກໂນໂລຊີ ຈຳກັດຜູ້ດຽວ

ໃນຕອນບ່າຍວັນທີ 16 ຕຸລາ 2020 ສະຖາບັນໄດ້ຈັດພິທີເຊັນ MOU ລະຫວ່າງ ສະຖາເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ບໍລິສັດ ຫົວເວີຍເຕັກໂນໂລຊີ ຈຳກັດຜູ້ດຽວ ເພື່ອເປັນການຮ່ວມມືທາງດ້ານວິຊາການ ບໍ່ວ່າຈະເປັນ ການສ້າງບຸກຄະລາກອນທີ່ມີຄວາມສາມາດສູງທາງດ້ານໄອຊີທີ, ການຈັດການຝຶກອົບຮົມທັກສະທາງດ້ານດິຈິຕອນ ແລະ ການສ້າງສູນກາງສຳລັບການຝຶກອົບຮົມ ເປັນຕົ້ນ, ໃນໄລຍະເວລາ 2 ປີ ນັບຈາກມື້ລົງລາຍເຊັນ ທັງ 2 ຝ່າຍ ຈະໄດ້ຈັດຕັ້ງປະຕິບັດວຽກງານຕາມບົດບັນທຶກຄວາມເຂົ້າໃຈ ເພື່ອໃຫ້ສາມາດດໍາເນີນການຮ່ວມມືທາງດ້ານວິຊາການໃຫ້ປະສົບຜົນສຳເລັດໄດ້ສູງສຸດ ແລະ ເປັນຮູບປະທຳ.

featured