ພິທີເປີດຫຼັກສູດ DATA ANALYTICS & R-PROGRAM ທີ່ສູນ CESDT ລາວ-ອິນເດຍ

ໃນເວລາ 16:30 ຂອງວັນທີ 7 ຕຸລາ 2019 ໄດ້ມີພິທີເປີດຫຼັກສູດ Data Analytics & R-Program ທີ່ສູນພັດທະນາ ແລະ ຝຶກອົບຮົມຊອບແວ (CESDT) ລາວ-ອິນເດຍ, ສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນ ຂ່າວສານ  ຜ່ານລະບົບ ກອງປະຊຸມທາງໄກ (Video Conference) ຮ່ວມກັບ 4 ປະເທດຄື:​ ອິນເດຍ, ໂມຣ໋ອກໂກ, ມຽນມ້າ ແລະ ຫວຽດນາມ. ພ້ອມດຽວກັນກັບການສະເຫຼີມສະຫຼອງຄົບຮອບ 55 ປີ ຂອງ ໂຄງການຮ່ວມມືທາງດ້ານວິຊາການ ແລະ ເສດຖະກິດ ຂອງອິນເດຍ (Indian Technical and Economic Cooperation Programme ຫຼື ITEC). ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ດິນກາ ອາຊຕານາ (Dinkar Ashthana) ເອກະອັກຄະລັດຖະທູດອິນເດຍ ປະຈຳ ສ.ປ.ປ.ລາວ, ທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ພ້ອມດ້ວຍນັກຝຶກຈາກພາຍໃນ ກະຊວງ ປທສ ແລະ ຈາກພາກສ່ວນອື່ນໆກໍ່ໄດ້ເຂົ້າຮ່ວມໃນພິທີ.

ຫຼັກສູດ Data Analytics & R-Program ເປັນຫຼັກສູດທີ່ຈະໄດ້ຈັດການຮຽນການສອນຜ່ານລະບົບ ກອງປະຊຸມທາງໄກ ທີ່ສູນ CESDT ລາວ-ອິນເດຍ ໂດຍອາຈານສອນຈາກມະຫາວິທະຍາໄລ India Institute of Technology – Madras (IIT-M), ເຊິ່ງເປັນໜຶ່ງໃນມະຫາວິທະຍາໄລຊັ້ນນຳໃນຂະແໜງການໄອທີ ຂອງປະເທດ ອິນເດຍ. ການຝຶກອົບຮົມ ຈະດຳເນີນໄປເປັນເວລາທັງໝົດ 8 ອາທິດ ແລະ ພາຍຫຼັງສຳເລັດຫຼັກສູດ, ນັກຝຶກຈະໄດ້ຮັບໃບຢັ້ງຢືນ ການສຳເລັດຫຼັກສູດ ຈາກ IIT-M. ຫຼັກສູດດັ່ງກ່າວ ແມ່ນໄດ້ຮັບຄວາມສົນໃຈ ຈາກຫຼາຍພາກສ່ວນ ເຊິ່ງຄັ້ງນີ້ມີຫຼາຍກວ່າ 32 ທ່ານ ຈາກພາຍໃນ ກະຊວງ ປທສ ແລະ ພາກສ່ວນອື່ນໆ ທີ່ຈະເຂົ້າຮ່ວມຝຶກໃນຫຼັກສູດ. ນີ້ເປັນຄັ້ງທຳອິດຂອງ ສູນ CESDT ລາວ-ອິນເດຍ ທີ່ໄດ້ຮ່ວມຈັດຕັ້ງປະຕິບັດ ຫຼັກສູດ ການຮຽນການສອນທາງໄກ ຫຼັງຈາກການເປີດນຳໃຊ້ສູນ ຢ່າງເປັນ ທາງການໃນທ້າຍປີທີ່ຜ່ານມາ. ຫຼັກສູດນີ້ ເປັນໜຶ່ງໃນຫຼາຍຫຼັກສູດ ທີ່ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອິນເດຍ, ເວົ້າສະເພາະແມ່ນຈາກ ກະຊວງ ການຕ່າງປະເທດອິນເດຍ ໂດຍຜ່ານ ໂຄງການຮ່ວມມືທາງດ້ານວິຊາການ ແລະ ເສດຖະກິດ ຂອງອິນເດຍ.

featured