ພິທີ ເຊັນບົດບັນທຶກຄວາມເຂົົ້າໃຈ ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ບໍລິສັດ CAT TELECOM ຮ່ວມກັບບໍລິສັດ PAKGON ຈໍາກັດ, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ໃນຕອນເຊົ້າວັນທີ 28 ເດືອນ ພະຈິກ ປີ 2019 ເວລາ 10:00 ຕອນເຊົ້າ  ໄດ້ມີການເປີດພິທີລົງນາມເຊັນບົດບັນທຶກຄວາມເຂົົ້າໃຈ ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ບໍລິສັດ CAT telecom ຮ່ວມກັບບໍລິສັດ Pakgon ຈໍາກັດ (ປະເທດໄທ), ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ,ກະຊວງ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ.  2 ບໍລິສັດດັ່ງກ່າວ ເປັນບໍລິສັດແນວໜ້າ ທາງດ້ານວຽກງານ ໂທລະຄົມ ແລະ ການພັດທະນາທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃນປະເທດໄທ. ໃຫ້ກຽດເປັນປະທານພິທີເປີດໂດຍ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ໂດຍມີແຂກຜູ້ເຂົ້າຮ່ວມ ຕາງໜ້າຈາກ ບັນດາກົມອ້ອມຂ້າງ ກະຊວງ ປທສ, ​ລັດວິສາຫະກິດໃນຂະແໜງການໂທລະຄົມ ແລະ ບໍລິສັດເອກະຊົນຕ່າງໆ ໃນຂະແໜງການ ທີ່ກ່ຽວຂ້ອງ ກໍ່ໄດ້ເຂົ້າຮ່ວມພິທີເພື່ອເປັນສັກຂີພະຍານໃນຄັ້ງນີ້.

ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ກໍ່ເພື່ອ: ຮ່ວມມືກັນຄົ້ນຄວ້າ ແລະ ສ້າງຫຼັກສູດ ບໍລິຫານ ວິສະວະກຳ ຄອມພິວເຕີ ຫຼື Computer Engineering Management ເຊິ່ງເປັນຫຼັກສູດປະລິນຍາຕີຕໍ່ເນື່ອງ 2 ປີ ໂດຍຈະຮັບເອົານັກສຶກສາທີ່ຈົບຫລັກສູດຊັ້ນສູງຂື້ນໄປ ຈາກສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈາກທຸກ             ຂະແໜງການ ໃຫ້ສາມາດເຂົ້າຮຽນຕໍ່ໄດ້. ຫຼັກສູດ ດັ່ງກ່າວນີ້ ຈະລວມເນື້ອຫາທາງດ້ານເຕັກໂນໂລຊີທີ່ທັນສະໄໝ, ເນັ້ນການສ້າງ ແລະ ປະຕິບັດຕົວຈິງ, ແລະ ຈະກວມໄປເຖິງການຮຽນຮູ້ກ່ຽວກັບການບໍລິຫານຈັດການ ອີກດ້ວຍ. ເວົ້າລວມ ແມ່ນຈະເປັນ ການພັດທະນາຫຼັກສູດ ເພື່ອສ້າງບຸກຄະລາກອນ ທີ່ມີຄວາມຮູ້ ທາງດ້ານເຕັກໂນໂລຊີ,​ ເປັນວິສະວະກອນ ທີ່ສາມາດສ້າງຜະລິດຕະພັນຕົວຈິງ ແລະ ພຽບພ້ອມດ້ວຍ ຄວາມຮູ້ຄວາມສາມາດ ໃນການບໍລິຫານ ຈັດການ ເພື່ອໃຫ້ເປັນຄົນໜຶ່ງທີ່ ສາມາດຫັນຕົນເປັນຜູ້ບໍລິຫານ ທີ່ທັນສະໄໝ ຫຼື ເປັນບຸກຄົນທີ່ສາມາດ ສ້າງຜະລິດຕະພັນ (Solution) ທີ່ຕອບສະໜອງໃຫ້ແກ່ຄວາມຕ້ອງການ ຂອງສັງຄົມ, ຈົນສາມາດ ຫັນຕົນເປັນເຈົ້າຂອງກິດຈະການໄດ້ອີກດ້ວຍ. ຫຼັກສູດດັ່ງກ່າວ ແມ່ນເນັ້ນໃສ່ ການສ້າງບຸກຄະລາກອນ ໃຫ້ມີຄວາມຫຼາກຫຼາຍ ແລະ ສາມາດເຮັດວຽກຕົວຈິງໄດ້ ແນໃສ່ການ ສົມທົບປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຢ່າງຮອບດ້ານ ແລະ ທັນການ. ລຳດັບຕໍ່ໄປ ຈະມີການຄົ້ນຄວ້າເນື້ອໃນລາຍລະອຽດ ຂອງຫຼັກສູດ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ. ນອກຈາກການຮ່ວມມື ທາງດ້ານ ການພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດແລ້ວ ທັງສອງຝ່າຍຍັງມີແຜນການຮ່ວມມື ໃນຂອບອື່ນໆອີກ ເຊັ່ນ:

  • ການຄົ້ນຄວ້າ ແລະ ພັດທະນາ Smart Campus ຫຼື ການສ້າງສະຖາບັນ ໃຫ້ກາຍເປັນສະຖາບັນທີ່ທັນສະໄໝ.
  • ການຊຸກຍູ້ ແລະ ສົ່ງເສີມໃຫ້ນັກສຶກສາມີຄວາມສາມາດໃນການສ້າງທຸລະກິດລິເລີ່ມ ຫຼື Startup ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.
featured