ຫຼັກສູດຊັ້ນປະລິນຍາຕີຕໍ່ເນື່ອງ ວິ​ສະ​ວະ​ກຳເຕັກໂນໂລຊີ​ການສື່ສານ​ຂໍ້​ມູນຂ່າວສານ

ພາສາລາວ:   ຫຼັກສູດຊັ້ນປະລິນຍາຕີຕໍ່ເນື່ອງ ວິ​ສະ​ວະ​ກຳເຕັກໂນໂລຊີ​ການສື່ສານ​ຂໍ້​ມູນຂ່າວສານ
ພາສາອັງກິດ: Bachelor Curriculum of Continuing Course on Information and Communication Technology Engineering.

ຄາດໝາຍຜົນການຮຽນຮູ້

  • ຮູ້ຈັກພື້ນຖານການນໍາໃຊ້ ໄອຊີທີ ເຂົ້າໃນວຽກງານ ທີ່ເໝາະສົມກັບບົດບາດໜ້າທີ່ ແລະ ສອດຄ່ອງກັບສະພາວະການປ່ຽນແປງຢູ່ຕະຫຼອດເວລາ.
  • ວາງແຜນ ແລະ ອອກແບບລະບົບເຄືອຂ່າຍໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.
  • ຄົ້ນຄວ້ານຳໃຊ້, ບຳລຸງຮັກສາ, ຄຸ້ມຄອງ ແລະ ແກ້ໄຂທາງດ້ານເຕັກນິກຂອງອຸປະກອນລະບົບເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ ໄດ້ຢ່າງມີປະສິດທິພາບ.
  • ຄາດຄະເນທິດດທາງ ຫຼື ແນວໂນ້ມຂອງການຫັນປ່ຽນທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ.
  • ປະຕິບັດວຽກງານທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ນັບຕັ້ງແຕ່ການບໍລິການອົງການທີ່ຕົນເອງສັງກັດ, ການສ້າງ, ການນຳມາວິເຄາະ ຫຼື ປະມວນຜົນ, ການຮັບ – ສົ່ງຂໍ້ມູນ, ການຈັດເກັບ ຫຼື ການນຳ ໄປໃຊ້ງານໃໝ່ເປັນຕົ້ນ.
  • ປະເມີນຜົນໄດ້ຮັບ ແລະ ກວດສອບວຽກງານທາງດ້ານໄອຊີທີໄດ້ຢ່າງມີປະສິດທິພາບ.
  • ຄິດຄົ້ນ ແລະ ປະຕິດສິ່ງໃໝ່ທາງດ້ານໄອຊີທີ ເພື່ອມານຳໃຊ້ເຂົ້າໃນວຽກງານ ແລະ ການດຳລົງຊີວິດຂອງ ມວນມະນຸດ.
  • ເຮັດວຽກເປັນໝູ່ຄະນະ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ຊື່ສັດ ແລະ ມີຈັນຍາບັນຕໍ່ວິຊາຊີບ.
  • ພົວພັນປະສານງານກັບບຸກຄົນ, ຫວຍງານ, ອົງການ ຫຼື ພາກສ່ວນທີ່ກ່ຽວຂ້ອງໄດ້ເປັນຢ່າງດີ.
  • ກ້າສະແດງອອກໃນການສື່ສານ, ເຈລະຈາຕໍ່ລອງ, ພົບປະກັບຄູ່ຮ່ວມງານ ຫຼື ລູກຄ້າໄດ້ເປັນຢ່າງດີ.