ກອງປະຊຸມກາງສະໄໝ ຂອງໜ່ວຍພັກ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສະໄໝທີ II

ໃນວັນທີ 14 ມິຖຸນາ 2023, ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ໄດ້ຈັດກອງປະຊຸມກາງສະໄໝ ຂອງໜ່ວຍພັກ ສຕສ ສະໄໝທີ II ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ມີບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກ ສຕສ ແລະ ຄະນະຮັບຜິດຊອບຊຸກຍູ້ຕິດຕາມກອງປະຊຸມກາງສະໄໝທີ II ຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ

ກອງປະຊຸມໃນຄັ້ງນີ້ໄດ້ຜ່ານບົດສະຫຼຸບ ແລະ ບົດສໍາຫຼວດການນໍາພາ-ຊີ້ນໍາຂອງຄະນະໜ່ວຍພັກ ໃນໄລຍະກາງສະໄໝ ແຕ່ປີ 2021-2023 ແລະ ທິດທາງແຜນການຈຸດສຸມຂອງທ້າຍສະໄໝ ແຕ່ປີ 2023-2025.

ໃນໂອກາດດຽວກັນ ປະທານກອງປະຊຸມໄດ້ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານພາຍໃນສະຖາບັນ ໃຫ້ຕິດພັນກັບວຽກງານພັກ ໂດຍສະເພາະແມ່ນວຽກງານໃນການສ້າງຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ອອກຮັບໃຊ້ສັງຄົມ ແລະ ເພື່ອຕອບສະໜອງໃຫ້ແກ່ແຜນຍຸດທະສາດໃນການຫັນເປັນດິຈິຕອນ ຂອງ ສປປ ລາວ.