ການອະທິບາຍຄວາມໝາຍ ຂອງກາໝາຍ (Logo) ສຕສ

ກາໝາຍ ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເປັນຮູບວົງມົນ, ດ້ານລຸ່ມມີຮູບເຄິ່ງກົງຈັກແຂ້ວເຟືອງສີແດງ, ພິມຕົວອັກສອນ “ກະຊວງ ເຕັກໂນໂລຊີ ແລະ ການສື່ສານ”, ໃຈກາງກົງຈັກເປັນສີຟ້າມີລັກສະນະຄື້ນວົງມົນຕັດ ແລະ ໂບສີແດງ ພິມຕົວອັກສອນ “ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ” , ສອງຂ້າງອ້ອມດ້ວຍຮວງເຂົ້າສຸກ ເປັນຮູບເຟື້ອງພະຈັນ ແລະ ໂບສີແດງ ພິມຕົວອັກສອນ “ສຕສ”, ໃຈກາງຂອງກາໝາຍມີຮູບສັນຍານສາມຂີດສີຟ້າຢູ່ເທິງປື້ມຕໍາລາ.