ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 29 ປີ (7 ຕຸລາ 1994 – 7 ຕຸລາ 2023)

ໃນຕອນເຊົ້າວັນທີ 05 ຕຸລາ 2023 ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 29 ປີ (7 ຕຸລາ 1994 – 7 ຕຸລາ 2023). ໂດຍການເປັນປະທານ ຂອງ ທ່ານ ປອ ສັນ​ຕິ​ສຸກ ສິມ​ມາ​ລາ​ວົງ ​ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງພິທີ ດັ່ງກ່າວໄດ້ມີ ຕາງໜ້າຈາກບັນດາກົມ, ສູນ, ສະຖາບັນ, ບໍລິສັດ, ພະນັກງານຄູ-ອາຈານ, ອະດີດນັກສຶກສາ ແລະ ນັກສຶກສາ ຕສ ເຂົ້າຮ່ວມຢ່າງພ້ອມພຽງ.

ພາຍໃນງານປະກອບມີເນື້ອໃນດັ່ງນີ້:

  • ການສະແດງສິລະປະ ຈາກນ້ອງນັກສຶກສາ ສະຖາບັນ ຕສ.
  • ສາຍວິດີໂອ ປະຫວັດການເຄື່ອນໄຫວ ຂອງສະຖາບັນ ໃນໄລຍະຜ່ານມາ ແລະ ວິດີໂອ ເລົ່າມູນເຊື້ອຂອງນາຍຄູຄໍາ;
  • ມອບໃບຍ້ອງຍໍຄູສອນດີ ເພື່ອສະແດງໃຫ້ເຫັນເຖິງຜົນງານການສິດສອນໃນໄລຍະຜ່ານມາ;
  • ນັກສຶກສາ ຂຶ້ນອ່ານກາບກອນອວຍພອນ;
  • ເພື່ອໃຫ້ພິທີດັ່ງກ່າວ ທ່ານ ລັດຖະມົນຕີ ກ່າວໂອ້ລົມຕໍ່ພະນັກງານ ລັດຖະກອນຄູ ແລະ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດໜ້າທີ່ຂອງຄູ.

“ ວັນຄູແຫ່ງຊາດ ” ຍັງເປັນການເຊີດຊູກຽດສັກສີ, ຖານະບົດບາດຂອງຄູ ຕໍ່ສັງຄົມ, ຄຸນປະໂຫຍດ ແລະ ຄຸນງາມຄວາມດີຂອງຄູ ທີ່ມີ ຕໍ່ປະເທດຊາດ.

“ ວັນຄູແຫ່ງຊາດ ” ເປັນວັນໜຶ່ງທີ່ສໍາຄັນ ໃນປະຫັວດສາດຂອງຊາດລາວເຮົາ ເພາະວ່າ “ ຄູ ” ບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນວຽກງານສຶກສາເທົ່ານັ້ນ, ແຕ່ຫາກຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າທີ່ສຸດເຂົ້າໃນພາລະກິດ ແຫ່ງການຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນ ຂອງປະເທດຊາດ.

“ ວັນຄູແຫ່ງຊາດ ” ເປັນວັນແຫ່ງຄວາມເອກອ້າງ ທະນົງໃຈຕໍ່ສັກສີ, ຕໍ່ອາຊີບຄູ ແລະ ເປັນວັນແຫ່ງການເສີມຂະຫຍາຍມູນເຊື້ອ ຂອງນາຍຄູຄໍາ ຜູ້ທີ່ມີຄວາມດຸໜັ່ນ ຂະຫຍັນພຽນ ແລະ ໄດ້ອຸທິດໝົດສະຕິປັນຍາ, ເລືອດເນື້ອ ແລະ ເຫື່ອແຮງຂອງຕົນ ເພື່ອພາລະກິດການສຶກສາແຫ່ງຊາດລາວ.

ພິທີດັ່ງກ່າວ ໄດ້ສຳເລັດ ແລະ ປິດລົງໃນຕອນເຊົ້າຂອງວັນດັ່ງກ່າວ.