ໃນວັນທີ 24 ເມສາ 2025 ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໄດ້ຕ້ອນຮັບການລົງຕິດຕາມ, ຊຸກຍູ້, ສົ່ງເສີມການຈັດຕັ້ງການຮຽນ-ການສອນ ປະຈຳສົກສຶກສາ 2024-2025 ຂອງ ກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ລະ ກິລາ ນຳພາໂດຍ ທ່ານ ອຳມະນີ ນໍລິນ, ຮອງຫົວໜ້າກົມການສຶກສາຊັ້ນສູງ ພ້ອມດ້ວຍຄະນະ, ຕ້ອນຮັບໂດຍ ທ່ານ ປອ ນ. ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ພ້ອມດ້ວຍຄະນະ.
ໃນໂອກາດນີ້ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານໄດ້ລາຍງານສະພາບໂດຍລວມ ວຽກງານການຮຽນ-ການສອນ ປັດຈຸບັນສະຖາບັນມີຫຼັກສູດການຮຽນ-ການສອນ ໃນລະດັບປະລິນຍາຕີ ຕໍ່ເນື່ອງ 01 ສາຂາ, ສາຂາປະລິນຍາຕີ 01 ສາຂາ, ຊັ້ນສູງ 04 ສາຂາ ຊຶ່ງນັກສຶກສາທີ່ຈົບອອກຈາກສະຖາບັນ ຕາມການສັງລວມຂໍ້ມູນ ຕັ້້ງແຕ່ປີ 2018 – ປັດຈຸບັນ ອັດຕາການມີວຽກເຮັດງານທຳກວມເອົາ 89 ເປີເຊັນ ຂອງນັກສຶກສາທັງໝົດ, ວຽກງານຊຸກຍູ້ສົ່ງເສີມນັກສຶກສາໃນແຕ່ລະດ້ານ, ວຽກງານຄົ້ນຄວ້າວິທະຍາສາດທີ່ໄດ້ຊຸກຍູ້ສົ່ງເສີມພະນັກງານຄູອາຈານດຳເນີນວຽກງານຄົ້ນຄວ້າວິທະຍາສາດ ສຳເລັດເຜີຍແຜ່, ລົງວາລະສານ 02 ບົດ.
ນອກນັ້້ນ, ກໍ່ຍັງມີຕາງໜ້າພະນັກງານ 01 ທ່ານ, ທ່ານ ປອ ນ. ໃຈມາລີ ພະກະຊຸມ ໄດ້ເຂົ້າຮ່ວມເປັນຄະນະກຳມະການກວດຜ່ານບົດຄົ້ນຄວ້າ ຂອງວາລະ Thai Science, Technology and Health Review ແລະ ວຽກງານວິຊາການອື່ນໆ ເພື່ອແລກປ່ຽນກັບກົມການສຶກສາຊັ້ນສູງ ເພື່ອວາງແຜນຈັດຕັ້ງວຽກງານວິຊາການໃນຕໍ່ໜ້າຮ່ວມກັນ ເພື່ອເຮັດໃຫ້ວຽກງານວິຊາການພາຍໃນສະຖາບັນ ມີທ່າກ້າວຂຶ້ນຕື່ມ ແລະ ຄາດຄະເນ ການຮ່ວມມືໃນອານາຄົດ ລະຫວ່າງ ກະຊວງ ສຶກສາ ແລະ ກິລາ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການກະກຽມຫັນເປັນດິຈິຕອນ ດ້ານການພັດທະນາບຸກຄະລາກອນຮ່ວມກັນ.
ເນື້ອໃນບົດອອກຂ່າວ ໂດຍ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.