ພິທີເປີດສູນຝຶກອົບຮົມດິຈິຕອນ ເກົາຫຼີ-ອາຊຽນ

ໃນວັນທີ 29 ເມສາ 2025, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດພິທີເປີດສູນຝຶກອົບຮົມດິຈິຕອນ ເກົາຫຼີ-ອາຊຽນ ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເຊິ່ງເປັນໂຄງການຮ່ວມມືລະຫວ່າງ ອົງການສົ່ງເສີມອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ. ເກົາຫຼີ, ອາຊຽນ ແລະ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (IICT), ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ການສື່ສານ, ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ບັນດາຄະນະກົມ/ທຽບເທົ່າ ພາຍໃນ ກະຊວງ,​ ຄະນະພະແນກ ແລະ ຕາງໜ້າຝ່າຍ ສ. ເກົາຫລີ ໂດຍທ່ານ ດົງກິວ ລີ (Donggyu Lee) ອຸປະທູດແຫ່ງ ສ. ເກົາຫຼີ ປະຈໍາ ສປປ ລາວ, ທ່ານ ຈອງຮີຢອນ ລີ (Jonghyun LEE) ຜູ້ຈັດການໂຄງການປະຈໍາອົງການ NIPA  ແລະ ບໍລິສັດຜູ້ຈັດການໂຄງການ KWISA ເຂົ້າຮ່ວມໃນງານດັ່ງກ່າວ.

ການເປີດສູນຝຶກອົບຮົມດິຈິຕອນ ສູນເກົາຫຼີ-ອາຊຽນ ແມ່ນມີຈຸດປະສົງ ເພື່ອຊຸກຍູ້ການຫັນເປັນດິຈິຕອນຂອງ ສປປ ລາວ ໂດຍການສະໜອງການຝຶກອົບຮົມດ້ານດິຈິຕອນ ແລະ AI ໃຫ້ແກ່ຊາວໜຸ່ມ ເພື່ອສະໜັບສະໜູນການຊອກວຽກເຮັດງານທຳ, ແນ່ໃສ່ສ້າງລະບົບນິເວດດ້ານດິຈິຕອນແບບຍືນຍົງ.

ສູນຝຶກອົບຮົມດິຈິຕອນ ສູນເກົາຫຼີ-ອາຊຽນ ໄດ້ມີການສ້າງຫຼັກສູດ ເຊິ່ງປະກອບມີທັງໝົດ 23 ໂມດູນ ທີ່ຕິດພັນກັບເຕັກໂນໂລຊີດິຈິຕອນທັນສະໄໝ. ໃນນັ້ນໄດ້ແບ່ງອອກເປັນ 02 ຫຼັກສູດບູລິມະສິດຄື: ການພັດທະນາແອັບພລິເຄຊັນແບບຄົບຊຸດ (Full Stack Development) ແລະ ປັນຍາປະດິດ (AI). ໃນໄລຍະການດໍາເນີນໂຄງການຄາດໝາຍຝຶກອົບຮົມໄດ້ຈໍານວນ 200 ຄົນ, ສູນຝຶກອົບຮົມດິຈິຕອນ ສູນເກົາຫຼີ-ອາຊຽນຈະເປັນອີກໜຶ່ງສູນໃນການສ້າງຊັບພະຍາກອນມະນຸດທາງດ້ານດິຈິຕອນຂອງ ສປປ ລາວ.

ສູນຝຶກອົບຮົມນີ້ ຍັງເປັນການເສີມສ້າງການຮ່ວມມືລະຫວ່າງ ສ.ເກົາຫຼີ – ສປປ ລາວ ແລະ ສູນດັ່ງກ່າວຈະເປັນແບບຢ່າງການພັດທະນາບຸກຄະລາກອນດິຈິຕອນຕາມຫຼັກສູດຂອງ ສ. ເກົາຫຼີ  ເຊິ່ງ ສປປ ລາວ ສາມາດນຳໄປຈັດຕັ້ງປະຕິບັດຕໍ່ໄດ້ໂດຍການປັບປຸງຫລັກສູດຕ່າງໆ ເພື່ອໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດແຮງງານໃນ ສປປ ລາວ.