ໃນວັນທີ 10-11 ພຶດສະພາ 2025 ທີ່ຜ່ານມາ, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໄດ້ຈັດສໍາມະນາໃຫ້ແກ່ພະນັກງານຄູອາຈານ ພາຍໃຕ້ຫົວຂໍ້: ການນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT) ໃນຂະແໜງສຶກສາ (ICT in Education: Digital Transformation of Korean Education) ແລະ ທິດທາງຂອງຫຼັກສູດ ໄອຊີທີ ໃນສາກົນ & ການລະດົມທຶນ (Global Trends Of ICT Curriculum & Fundraising) ທີ່ ເມືອງວັງວຽງ ແຂວງວຽງຈັນ. ງານສຳມະນາດັ່ງກ່າວໄດ້ຮັບການນໍາພາໂດຍ ທ່ານ ປອ. ທ່ຽງທໍາ ແກ້ວປະສິດ ຮອງຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ຄະນະນໍາ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນຂອງ ສຕສ ມີຈໍານວນຜູ້ເຂົ້າຮ່ວມທັງໝົດ 33 ທ່ານ ໂດຍໄດ້ຮັບການສະໜັບສະໜູນ ຈາກ ອົງການ NIPA.
ທ່ານ ຮານ ຊິນ (Hahn Shin), ທີ່ປຶກສາຂອງອົງການ WFK NIPA, ໄດ້ນໍາສະເໜີບັນດາຫົວຂໍ້ສຳມະນາດ່ັງກ່າວ ເຊິ່ງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການນໍາໃຊ້ເຕັກໂນໂລຊີໃນການຍົກລະດັບຄຸນນະພາບການສຶກສາ ແລະ ການຮຽນຮູ້ ຜ່ານການແລກປ່ຽນບາງຕົວຢ່າງຈາກ ສ. ເກົາຫຼີ. ນອກຈາກນັ້ນ, ພາຍໃນງານສຳມະນາຍັງໄດ້ມີການຖາມຕອບ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ໂດຍສະເພາະການຄົ້ນຄວ້າວິທີທາງຮ່ວມກັນເພື່ອຊອກຫາແນວທາງໃນການພັດທະນາລະບົບການສຶກສາດ້ວຍການນໍາໃຊ້ເຕັກໂນໂລຊີສະໄໝໃໝ່ ເປັນຕົ້ນ.