ໃນວັນທີ 23 ພຶດສະພາ 2025, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມເຜີຍແຜ່ຫຼັກສູດການຮຽນ-ການສອນ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ເກັບກຳຄວາມຕ້ອງການຂອງຕະຫລາດແຮງງານ ທາງດ້ານ ໄອຊີທີ ທີ່ເຂດພິເສດ 03 ຫຼ່ຽມຄຳ, ແຂວງບໍ່ແກ້ວ, ໂດຍການເປັນປະທານຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີ ຮອງອົງການ-ຄຸ້ມຄອງບໍລິຫານເຂດເສດຖະກິດພິເສດ 03 ຫຼ່ຽມຄຳ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ, ພະນັກງານພາຍໃນພະແນກ, ຕາງໜ້າສະພາບໍລິຫານເຂດເສດຖະກິດພິເສດ 03 ຫຼ່ຽມຄຳ, ຂະແໜງແຮງງານ, ຮອງອຳນວຍການ ບໍລິສັດ ITS, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ ທັງໝົດຫຼາຍກວ່າ 30 ທ່ານ.
ໂດຍອີງໃສ່ ແຜນພັດທະນາ 05 ປີ ຄັ້ງທີ II (2021 – 2026) ຂອງ ສະຖາບັນເຕັກໂນໂລຊີການສື່ສານຂ້ໍມູນຂ່າວສານ, ອີງໃສ່ແຜນການສູ້ຊົນໃນການປັບປຸງ ແລະ ຍົກລະດັບສະຖາບັນໃຫ້ສູງຂຶ້ນ ແລະ ເພື່ອເປັນການສົ່ງເສີມທິດທາງການຫັນເປັນດິຈິຕອນຂອງປະເທດລາວ ຊຶ່ງນອນໃນແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການສ້າງບຸກຄະລາກອນທາງດ້ານດິຈິຕອນ ອອກຮັບໃຊ້ສັງຄົມ ແລະ ນອນໃນ ຂໍ້ແຂງຂັນ ຮັກຊາດ ໄລຍະ 2020-2025 ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສປປ ລາວ.
ໃນກອງປະຊຸມຄັ້ງນີ້ ທ່ານ ປອ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ທິດຊີ້ນຳຕໍ່ກັບພາກສ່ວນທີ່ເຂົ້າຮ່ວມ ໃຫ້ຊ່ວຍໃນການເຜີຍແຜ່ຂໍມູນການຮຽນ-ການສອນຂອງສະຖາບັນໃຫ້ແກ່ສັງຄົມ ແລະ ຈິງໃຈຊ່ວຍໃນການ ປະກອບຂໍ້ມູນຄວາມຕ້ອງການຂອງຕະຫລາດແຮງງານ ທາງດ້ານ ໄອຊີທີ ທີ່ເຂດພິເສດ 03 ຫຼ່ຽມຄຳ ເວົ້້າລວມ ເວົ້າສະເພາະກໍ່ຄືພາກສ່ວນກ່ຽວຂ້ອງ ເພື່ອສູ້ຊົນໃຫ້ຍາດມາໄດ້ຕາມແຜນງານ, ແຜນການ ທີ່ກ່າວມາຂ້າງເທິງນັ້ນ ໃນການສ້າງ ແລະ ພັດທະນາຫຼັກສູດການຮຽນ-ການສອນ ໃຫ້ມີຫຼາກຫລາຍສາຂາ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ເພື່ອສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໃຫ້ມີທັງປະລິມານ ແລະ ຄຸນນະພາບ.
ໃນກອງປະຊຸມໄດ້ຮັບຟັງການ ການປະກອບຄໍາເຫັນດ້ານວິຊາການ ນໍາສະເໜີໂດຍ ປອ ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າ ສຕສ ຜູ້ຊີ້ນໍາວຽກຫຼັກສູດ ໄລຍະຍາວ, ພາກວິຊາ ແລະ ປະກັນຄຸນນພາບການສຶກສາ ກ່ຽວກັບທິດທາງການສ້າງຫຼັກສູດແມ່ນອີງໃສ່ແຜນພັດທະນາບຸກຄະລາກອນດ້ານດິຈິຕອນ ອອກຮັບໃຊ້ສັງຄົມ ເປັນບ່ອນອີງພື້ນຖານ ດ້ານແຜນການ ແລະ ຜົນການສໍາຫຼວດ, ວິເຄາະຂໍ້ມູນຕາມຄວາມຕ້ອງການຕະຫຼາດແຮງງານ ໃນດ້ານ ໄອຊີທີ ໃຫ້ແທດເໝາະກັບວຽກງານ, ຄວາມຕ້ອງການຕົວຈິງ ໃນຂອບເຂດສະເພາະກິດ ຫຼື ຂອບເຂດທົ່ວໄປ ໃຫ້ມີປະສິດທິພາບ, ປະສິດທິຜົນ ສ້າງຜູ້ສໍາເລັດການສຶກສາຕາມຫຼັກສູດຈົບອອກໄປກາຍເປັນກ້ອນກໍາລັງສີມືແຮງງານທີ່ມີຄຸນນະພາບອອກຮັບໃຊ້ສັງຄົມໄດ້ຢ່າງຖືກຕ້ອງກັບຂອດຄວາມຕ້ອງການອັນສໍາຄັນ ແລະ ຮີບດ່ວນ ໃນຍຸກສະໄໝຫັນເປັນດິຈິຕອນ. ພ້ອມທັງ, ໄດ້ແລກປ່ຽນບາງຈຸດເນື້ອໃນສໍາຄັນຕອນໜື່ງວ່າ ການສ້າງຫຼັກສູດທີ່ດີກໍ່ເປັນສ່ວນໜື່ງ ໃນອົງປະກອບການສິດສອນໃຫ້ມີຄຸນນະພາບ ແລະ ສ້າງນັກສຶກສາທີ່ຈົບໃໝ່ ຫຼື ຍົກລະດັບພະນັກງານໃຫ້ເພີ່ມປະສິດທິພາບການການປະຕິບັດໜ້າທີວຽກງານ ຊຶ່ງເປັນສ່ວນທີ່ເກາະກ່າຍກັນເປັນລະບົບທີ່ຕັດຂາດຈາກກັນບໍ່ໄດ້ກັບການສໍາຫຼວດ, ປະເມີນ ແລະ ເກັບກໍາຂໍ້ມູນຕົວຈິງ ໃນແຕ່ລະຮອບວຽນຂອງການພັດທະນາຂອງເຕັກໂນໂລຊີ ທີ່ທັນສະໄໝ ຄຽງຄູ່ກັນກັບຄວາມເອົາໃຈໃສ່ ແລະ ຄວາມອົດທົນ ພະຍາຍາມ ຕັ້ງອົກຕັ້ງໃຈ ພັດທະນາຕົນເອງຂອງ ພະນັກງານ ແລະ ນັກສຶກສາ ເປັນໄມ້ງັກຊຸກໝູນການປ່ຽນແປງຢ່າງໝັ້ນຄົງ, ເຂັ້ມແຂງ, ຮອບດ້ານ ແລະ ຍືນຍົງ.
ເຜີຍແຜ່ຄວາມເປັນມາ, ພາລະບົດບາດ, ຫຼັກສູດການຮຽນ-ການສອນ ໄລຍະສັ້ນ ຄື: ບັນດາຫຼັກສູດຝຶກອົບຮົມໄລຍະສັ້ນທີ່ເປັນຂອງ ສຕສ ເອງ, ໂຄງການຮ່ວມມືການພັດທະນາບຸກຄະລາກອນດ້ານໄອຊີທີ ກັບ ບໍລິສັດ ຮຸ່ງອາລຸນ ເທັກໂນໂລຢີ ຈໍາກັດ, ສູນຝຶກອົບຮົມ ລາວ-ອິນເດຍ, ສູນຝຶກອົບຮົມ ອາຊຽນ-ເກົາຫຼີ ແລະ ອື່ນໆ ແລະ ໄລຍະຍາວລະດັບ ປະລິນຍາຕີ 8 ສາຂາຢູ່ ສະຖາບັນ ຕສ, ຫຼັກສູດຮ່ວມມືສາກົນ ກັບ ເພື່ອນຮ່ວມຍຸດທະສາດ ປະເທດອອ້ມຂ້າງ ຄື: ມະຫາວິທະຍາໄລ ຢູນນານ ສປປ ຈີນ 1 ສາຂາວິສະວະກໍາພັດທະນາຊອບແວ, ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນຍ ສສ ຫວຽດນາມ 3 ສາຂາວິທະຍາສາດຄອມພິມເຕີ, ຄວາມປອດໄພທາງໄຊເບີ, ໄອຊີທີ ແລະ ມະຫາວິທະຍາໄລ ຂອນແກ່ນ ປະເທດ ໄທ 1 ສາຂາ ວິສະວະການຄອມພິມເຕີ ແລະ ວຽກງານວິຊາການອື່ນໆ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ທີ່ຕິດພັນກັບໂອກາດໃນການຮັບທຶນການສຶກສາຈາກ ບໍລິສັດ ຫົວເຫວີຍ, ກອງທຶນ ຢາມາໂມໂຕະ ປະເທດ ຍີ່ປຸ່ນ ແລະ ທຶນຮຽນໃນປີ 2 ແລະ 3 ທີ່ມະຫາວິທະຍາໄລ ຍຸນນານ.
ນອກນັ້ນ, ກໍ່ຍັງໄດ້ມີການ ເກັບກຳຄວາມຕ້ອງການຂອງຕະຫລາດແຮງງານບຸກຄະລາກອນ ທາງດ້ານ ໄອຊີທີ ໂດຍປະເມີນທັງຫຼັກສູດທີ່ມີຢູ່ປັດຈຸບັນ ແລະ ຫຼັກສູດໃໝ່ ທັງໝົດ 08 ສາຂາ ໃນລະດັບປະລິນຍາຕີ ຄື: ສາຂາ ວິສະວະກຳເຄືອຂ່າຍໂທລະຄົມມະນາຄົມ, ສາຂາ ເຕັກໂນໂລຊີຂໍ້ມູນຂ່າວສານ, ສາຂາ ບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ສາຂາ ຄວາມປອດໄພໄຊເບີ, ສາຂາ ໄປສະນີ ແລະ ໂລຈິດສະຕິກ, ສາຂາ ການຄ້າອອນລາຍ, ສາຂາ ຖານຂໍ້ມູນ ແລະ ບໍລິຫານເຊີເວີ ແລະ ສາຂາ ປັນຍາປະດິດ AI.
ໃນການລົງເກັບກຳຄວາມຕ້ອງການຂອງຕະຫຼາດແຮງງານ ໃນຄັ້ງນີ້ ແມ່ນເພື່ອປະເມີນຄວາມເປັນໄປໄດ້, ຄວາມຕ້ອງການແຮງງານໃນ 08 ສາຂາດ້ານເທິງນັ້ນ, ເພື່ອນຳຂໍ້ມູນທີ່ໄດ້ໄປຜັນຂະຫຍາຍ ໃນການປັບປຸງ ແລະ ສ້າງໃໝ່ ຫຼັກສູດ ໃນສາຂາ ທີ່ມີຄວາມສໍາຄັນຫຼາຍຕໍ່ການພັດທະນາຊັບພະຍາກອນມະນຸດໃນ ຂະແໜງການ ໄອຊີທີ ໃຫ້ມີຄວາມກຽມພ້ອມອອກຮັບໃຊ້ວຽກໃນການຫັນເປັນ ດິຈິຕອນ ແບບກຸ້ມຕົນເອງ. ຊຶ່ງ, ນອນໃນແຜນການຍົກລະດັບສະຖາບັນ ຕສ ໃຫ້ໄດ້ຄຸນນະພາບ ແລະ ຮັບປະກັນການມີວຽກເຮັດງານທໍາຂອງ ນັກສຶກສາທີ່ຈົບໃໝ່ ແລະ ການສ້າງໂອກາດໃຫ້ພະນັກງານທົ່ວຂະແໜງແຕ່ສູນກາງຮອດທ້ອງຖີ່ນ ພັດທະນາຕໍ່ຍອດຈາກສິງທີ່ຮູ້ແລ້ວໃຫ້ຮູ້ດີຂື້ນກວ່າເກົ່າ ເພື່ອປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ຕາມຂໍ້ແຂ່ງຂັນຮັກຊາດທີ່ລະບຸມີວຽກບູລິມະສິດໃນການພັດທະນາບຸກຄະລາກອນ ທີ່ຕິດພັນກັບການພັດທະນາທຸກຂະແໜງການຢ່າງເຂັ້ມແຂງ ແລະ ຍືນຍົງ. ເຮັດໃຫ້ນັກສຶກສາທີ່ປະລະການຮຽນຫັນກັບມາເຂົ້າສູ່ລະບົບການສຶກສາ ແລະ ເຂົ້າຮ່ວມຂະບວນການພັດທະນາຕົວເອງຕະຫຼອດຊີວິດ ເປັນການເພີ່ມປະສິດທິພາບໃຫ້ແກ່ສີມືແຮງງານໄດ້ຕາມມາດຕະຖານຂອງກະຊວງ ສຶກສາທິການ ແລະ ກິລາ, ສອດຄ່ອງກັບທິດທາງການຫັນເປັນດິຈິຕອນ ຢ່າງສົມບູນແບບ.