ໃນວັນທີ 2 ກໍລະກົດ 2025 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ໄດ້ສໍາເລັດຈັດກອງປະຊຸມວິຊາການປະຈໍາປີ 2025 ພາຍໃຕ້ຄໍາຂວັນ “ປັນຍາປະດິດ ແລະ ການນໍາໃຊ້ໃຫ້ປອດໄພ”. ໃນພິທີເປີດ ເປັນກຽດ ເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ມີຜູ້ເຂົ້າຮ່ວມຈາກບັນດາກົມອ້ອມຂ້າງ, ນັກສຶກສາ ແລະ ພໍ່ແມ່ຜູ້ປົກຄອງຜູ້ທີ່ມີຄວາມສົນໃຈ ຕໍ່ກັບບັນດາຫຼັກສູດ ການຮຽນການສອນ, ຂໍ້ມູນທຶນການສຶກສາ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈັດຕັ້ງປະຕິບັດຮ່ວມກັບ ບັນດາຄູ່ຮ່ວມມື ເປັນຕົ້ນ ເພື່ອສ້າງຂະບວນທາງດ້ານວິຊາສະເພາະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກກະຊວງ ສະໄຫມທີ່ III ແລະ ອອກແຮງສ້າງຜົນງານຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 2020-2025.
ກອງປະຊຸມໄດ້ເປີດຢ່າງເປັນທາງການ ໂດຍ ທ່ານ ປອ ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນ ໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຂຶ້ນກ່າວຈຸດປະສົງ ແລະ ເປີດພິທີ ພ້ອມທັງເຊີນແຂກຮັບຊົມວິດິໂອຜົນງານຂອງສະຖາບັນ ໃນໄລຍະຜ່ານມາ. ພິເສດໃນງານໄດ້ມີການນໍາສະເໜີຫົວຂໍ້ “ປັນຍາປະດິດ ແລະ ການນໍາໃຊ້ໃຫ້ປອດໄພ” ໂດຍ ທ່ານ ປອ ສະຫວາດ ໄຊປະດິດ, ອຳນວຍການບໍລິສັດ Laligence ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງການນໍາໃຊ້ເຕັກໂນໂລຊີປັນຍາປະດິດຢ່າງປອດໄພ ແລະ ມີປະໂຫຍດ; ນອກຈາກນັ້ນ ສະຖາບັນ ຍັງມີການແນະນໍາບັນດາຫຼັກສູດປະລິນຍາຕີ, ກິດຈະກໍານັກສຶກສາ, ທຶນສະໜັບສະໜູນການສຶກສາ, ວຽກງານຄົ້ນຄວ້າວິທະຍາສາດ ແລະ ຫຼັກສູດຝຶກອົບຮົມຕ່າງໆ ທີ່ສະຖາບັນໄດ້ຈັດຕັ້ງຂຶ້ນເພື່ອຮອງຮັບວຽກງານພັດທະນາຊັບພະຍາກອນມະນຸດໃນຍຸກດິຈິຕອນ. ພ້ອມດຽວກັນນັ້ນ ພາຍໃນງານ ຍັງໄດ້ຮັບຟັງຄຳໂອ້ລົມ ຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ໃນງານນີ້ຍັງໄດ້ມີພິທີລົງນາມສັນຍາການຮ່ວມມື (MoA) ວ່າດ້ວຍການຜັນຂະຫຍາຍ MoU ລະຫວ່າງ ສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສປປ ລາວ ແລະ ມະຫາວິທະຍາໄລ ຢຸນນານ ສປ. ຈີນ ຕ່າງຫນ້າລົງນາມຝ່າຍ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສປປ ລາວ ໂດຍ ທ່ານ ປອ ນາງ ໃຈມາລີ ພະກະຊູມ, ຮອງຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສປປ ລາວ ແລະ ຕ່າງໜ້າລົງນາມຝ່າຍ ມະຫາວິທະຍາໄລ ຢຸນນານ ສປ. ຈີນ ໂດຍ ສຈ. ປອ. ດວງ ຊິງວູ, ຮອງອະທິການບໍດີ ມະຫາວິທະຍາໄລ ຢຸນນານ ສປ ຈີນ ເພື່ອສ້າງຫລັກສູດ ປະລິນຍາຕີ ຮ່ວມມືແບບ 1+2+1 ສາຂາ ວິສະວະກຳຊອບແວ ເຊິ່ງຈະເປັນໂອກາດສໍາຄັນໃນການສ້າງຄວາມເຂັ້ມແຂງໃຫ້ພະນັກງານຄູ ອາຈານ, ການແລກປ່ຽນບົດຮຽນການສິດ-ສອນ, ສ້າງຊື່ສຽງ ແລະ ດຶງດູດ ນັກສຶກສາ ທີ່ປະລະການຮຽນ ກັບເຂົ້າສູ່ລະບົບ ການສຶກສາທີ່ໄດ້ຄຸນນະພາບສູງ.
ໃນຊ່ວງບ່າຍ, ໄດ້ມີການຈັດສໍາມະນາວິຊາການ ແລະ ແລກປ່ຽນຄໍາເຫັນ ໂດຍມີການນໍາສະເໜີຫົວຂໍ້ຕ່າງໆ ທີ່ໜ້າສົນ ໃຈຄື:
- “ທາງລັດສູ່ຄວາມສໍາເລັດໃນການນໍາໃຊ້ AI” ໂດຍຕາງໜ້າບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ;
- “AI-powered digital textbooks in Korea (Benefits, Challenges & Solutions)” ໂດຍ Mr. Hahn Shin, ຊ່ຽວຊານອົງການ NIPA ປະຈຳ ສຕສ;
- “ທິດທາງເຕັກໂນໂລຊີດິຈິຕອນ ໃນປີ 2025” ໂດຍ ທ່ານ ປອ ສົມສັກ ອິນທະສອນ, ຮອງຄະນະບໍລິຫານຄະນະ ວິທະຍາສາດທໍາມະຊາດ;
- “ຈັນຍາບັນປັນຍາປະດິດ” ໂດຍ ທ່ານ ປອ ຂວັນເທວາ ພົນເສນາ, ຮອງຫົວໜ້າພະແນກ ສະຖາບັນຄົ້ນຄວ້າ ແລະ ນໍາໃຊ້ເຕັກໂນໂລຊີອັດສະລິຍະ.
ຜູ້ເຂົ້າຮ່ວມຍັງໄດ້ມີໂອກາດຊົມການວາງສະແດງຜະລິດຕະພັນດ້ານໄອຊີທີ ທີ່ນໍາພາໂດຍ ທ່ານ ປອ ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າສະຖາບັນ ຕສ.
ກອງປະຊຸມວິຊາການຄັ້ງນີ້ຖືເປັນເຫດການສໍາຄັນທີ່ສະແດງໃຫ້ເຫັນເຖິງ ການສົ່ງເສີມການພັດທະນາດ້ານເຕັກໂນ ໂລຊີຂໍ້ມູນຂ່າວສານ ແລະ ປັນຍາປະດິດຢ່າງປອດໄພ ແລະ ສ້າງໄດ້ໂອກາດສໍາລັບການແລກປ່ຽນຄວາມຮູ້ທີ່ມີປະໂຫຍດ, ການຈັດງານ ຄັ້ງນີ້ ຍັງເປັນການກະກຽມພື້ນຖານທີ່ສໍາຄັນສໍາລັບການພັດທະນາຊັບພະຍາກອນມະນຸດດ້ານເຕັກໂນໂລຊີຂໍ້ມູນ ຂ່າວສານ ແລະ ການສື່ສານຂອງ ສປປ ລາວ ແລະ ການສ້າງເຄືອຂ່າຍການຮ່ວມມືລະຫວ່າງປະເທດທີ່ ຈະນໍາໄປສູ່ການພັດ ທະນາແບບຍືນຍົງໃນຍຸກດິຈິຕອນ.