ຄັ້ງວັນທີ 11 ສິງຫາ 2025 ສະຖາບັນເຕັກໂນໂລຢີການສື່ສານຂໍ້ມູນຂ່າວສານ (IICT) ແລະ ສູນຝຶກອົບຮົມດິຈິຕ໋ອນເກົາຫຼີ-ອາຊຽນ (Korean Asean Digital Academy) ຫຼື KADA ໄດ້ຮ່ວມມືກັນຈັດການຝຶກອົບຮົມຊຸດພິເສດສະເພາະໃຫ້ແກ່ຄູອາຈານຂອງ IICT ເຊິ່ງສອນກ່ຽວກັບປັນຍາປະດິດ AI, IoT, ແລະ ການພັດທະນາເວັບໄຊ, ເຊິ່ງໄດ້ມີກຳນົດເວລາການຝຶກອົບຮົມ ເລີ່ມຕັ້ງແຕ່ວັນທີ 11 ຫາ 22 ສິງຫາ 2025, ໂດຍຈະດໍາເນີນການຮຽນວັນຈັນ – ວັນສຸກ ເປັນເວລາ 02 ທິດ ຕັ້ງແຕ່ເວລາ 09:00 ຫາ 11:00 ໂມງ.
ການຝຶກອົບຮົມໃນຄັ້ງນີ້ແມ່ນດໍາເນີນການພາຍໃຕ້ໂຄງການ ສູນຝຶກອົບຮົມດິຈິຕ໋ອນເກົາຫຼີ-ອາຊຽນ (KADA), ເຊິ່ງເປັນການລິເລີ່ມພັດທະນາການສຶກສາເພື່ອການຮ່ວມມືສາກົນທີ່ນຳພາໂດຍອົງການສົ່ງເສີມອຸດສາຫະກໍາເຕັກໂນໂລຢີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງປະເທດ ສ. ເກົາຫຼີ, ຮ່ວມກັບກອງທຶນຮ່ວມມືອາຊຽນ-ເກົາຫຼີ (AKCF), ສະມາຄົມແກ້ໄຂບັນຫາອິນເຕີເນັດໄຮ້ສາຍເກົາຫຼີ (KWISA), ແລະ ສະຖາບັນເຕັກໂນໂລຢີການສື່ສານຂໍ້ມູນຂ່າວສານ (IICT). ໂຄງການ KADA ມີຈຸດປະສົງເພື່ອພັດທະນາ ແລະ ເພີ່ມທັກສະດ້ານດິຈິຕ໋ອນໃນທົ່ວປະເທດອາຊຽນ ໂດຍການສະໜອງການຝຶກອົບຮົມພາກທິດສະດີ ແລະ ພາກປະຕິບັດຕົວຈິງໃນຂະແໜງດິຈິຕ໋ອນ, AI ແລະ ອື່ນໆ, ດັ່ງນັ້ນໂຄງການ KADA ຈຶ່ງຂໍປະກອບສ່ວນເຂົ້າໃນການພັດທະນາ ແລະ ສົ່ງເສີມການເຕີບໂຕຂອງເສດຖະກິດດິຈິຕ໋ອນໃນລະດັບທ້ອງຖິ່ນ.
ໂຄງການດັ່ງກ່າວຈະຖືກນຳພາໂດຍຄູສອນເກົາຫຼີ ທັງ 02 ທ່ານ. ທ່ານ Dae-Seek Paek ຈະເປັນຜູ້ນໍາພາຮຽນຫຼັກສູດການຮຽນ AI ແລະ AIoT, ໂດຍເນັ້ນໃສ່ທັງພື້ນຖານທາງທິດສະດີ ແລະ ການນຳໃຊ້ຕົວຈິງ. ສ່ວນທ່ານ Sanghwan Hyun ຈະດໍາເນີນການສອນທີ່ຄົບຖ້ວນກ່ຽວກັບການພັດທະນາເວັບທີ່ທັນສະໄໝ, ລວມທັງ frameworks, ການອອກແບບທີ່ຮອງຮັບຫຼາຍອຸປະກອນ (Responsive design), ແລະ ການນຳໃຊ້ລະບົບ (Deployment).
ຈຸດປະສົງຫຼັກຂອງການຈັດຕັ້ງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອເພີ່ມທະວີຄວາມສາມາດດ້ານດິຈິຕ໋ອນຂອງຄູອາຈານ ໃນສະຖາບັນເຕັກໂນໂລຢີການສື່ສານຂໍ້ມູນຂ່າວສານ, ຊ່ວຍໃຫ້ຄູອາຈານໄດ້ນຳໃຊ້ທັກສະ ແລະ ຄວາມຮູ້ທີ່ໄດ້ຈາກການຝຶກອົບບຮົມໃນຄັ້ງນີ້ເຂົ້າໃນການສອນ ແລະ ການຄົ້ນຄວ້າຂອງອາຈານ ໂດຍຜ່ານການຝຶກອົບຮົມໃນຄັ້ງນີ້, ສູນຝຶກອົບຮົມດິຈິຕ໋ອນເກົາຫຼີ-ອາຊຽນ ມີຄວາມຕັ້ງໃຈທີ່ຖ່າຍທອດທັກສະ ແລະ ສະໜອງການສຶກສາທີ່ມີຄຸນນະພາບໃຫ້ແກ່ລະດັບພາກພື້ນ ເພື່ອໃຫ້ສອດຄ່ອງກັບແນວໂນ້ມເຕັກໂນໂລຢີໃນລະດັບສາກົນ.
ດ້ວຍການສົ່ງເສີມການຮ່ວມມືທາງດ້ານວິຊາການລະຫວ່າງສະຖາບັນຂອງລາວ ແລະ ເກົາຫຼີ, ໂຄງການນີ້ສະແດງໃຫ້ເຫັນເຖິງຄຸນຄ່າຂອງການຮ່ວມມືຂ້າມຊາດໃນການພັດທະນາການສຶກສາ ແລະ ນະວັດຕະກໍາ. ຄາດວ່າຄວາມຮູ້ທີ່ໄດ້ຮັບຈະມີຜົນກະທົບຍືນຍົງຕໍ່ການສຶກສາດິຈິຕ໋ອນໃນ ສປປ ລາວ, ຊ່ວຍໃຫ້ຄູອາຈານສາມາດສ້າງແຮງບັນດານໃຈ ແລະ ກະກຽມນັກສຶກສາຮຸ່ນໃໝ່ໆໃຫ້ກາຍເປັນຜູ້ຊ່ຽວຊານສະເພາະດ້ານເພື່ອກຽມພ້ອມສຳລັບເສດຖະກິດຕິຈິຕ໋ອນ.