ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ ແລະ ພິທີມອບຮັບປະກາສະນິຍະບັດ ປະຈຳສົກສຶກສາ 2024–2025 ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.

ໃນຕອນເຊົ້າວັນທີ 3 ຕຸລາ 2025 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 31 ປີ ຄຽງຄູ່ກັບພິທີມອບຮັບໃບປະກາສະນິຍະບັດໃຫ້ແກ່ນັກສຶກສາທີ່ສຳເລັດການຮຽນໃນສົກສຶກສາ 2024–2025.

ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກ, ປະທານກວດກາພັກ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ພ້ອມນັ້ນ, ທ່ານ ປອ. ປະດັບໄຊ ໄຊຍະໂຄດ ກຳມະການຄະນະພັກກະຊວງ ຫົວຫນ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ພ້ອມດ້ວຍຄະນະ ຄູ-ອາຈານ,​ພະນັກງານ, ນັກສຶກສາພາຍໃນສະຖາບັນ ບັນດາແຂກຈາກກົມ/ທຽບເທົ່າ ແລະ ບໍລິສັດປິ່ນອ້ອມ ກໍ່ມີໜ້າເຂົ້າຮ່ວມງານທີ່ມີຄວາມໝາຍຄວາມສຳຄັນຢ່າງພ້ອມພຽງ.

ໃນພິທີ ທ່ານ ປອ. ປະດັບໄຊ ໄຊຍະໂຄດ ໄດ້ກ່າວເປີດພິທີເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດທີ 7 ຕຸລາ ເຊິ່ງເປັນວັນສຳຄັນທີ່ປະຊາຊົນຊາວລາວ, ໄດ້ມີການຮັບຊົມວິດີໂອ ທີ່ມີການນຳໃຊ້ເຕັກໂນໂລຊີ ປັນຍາປະດິດໃນການສ້າງ ມີເນື້ອຫາໃນການລໍາລຶກເຖິງບຸນຄຸນ ແລະ ການອຸທິດຕົນຂອງບັນດາຄູ-ອາຈານ ຜູ້ເປັນກຳລັງແຮງຫຼັກ ປຽບດັ່ງກະດູກສັນຫຼັງຂອງຊາດ ໃນການຜະລິດຊັບພະຍາກອນມະນຸດອອກຮັບໃຊ້ສັງຄົມ. ການສະເຫຼີມສະຫຼອງວັນຄູ ບໍ່ພຽງແຕ່ເພື່ອສະແດງຄວາມກະຕັນຍູຮູ້ຄຸນ ແຕ່ຍັງເປັນການກະຕຸ້ນໃຫ້ກຳລັງໃຈແດ່ບັນດາຄູ-ອາຈານ ໃນການສືບຕໍ່ທຸ່ມເທເຫື່ອແຮງສະຕິບັນຍາໃນການພັດທະນາການສຶກສາ ໃຫ້ທັນສະໄໝ ຮອງຮັບກັບການພັດທະນາປະເທດຊາດບ້ານເມືອງ ໃນອະນາຄົດ.

ພ້ອມດຽວກັນນັ້ນ ໃນງານກໍຍັງໄດ້ມີການສະຫຼຸບຜົນສໍາເລັດການຮຽນ-ການສອນ ສົກສຶກສາ 2024-2025 ແລະ ແຜນການຈັດຕັ້ງປະຕິບັດໃນ ສົກສຶກສາ 2025-2026,  ເຊິ່ງໄດ້ເນັ້ນໜັກໃຫ້ຄູອາຈານແຕ່ລະທ່ານສືບຕໍ່ເອົາໃຈໃສ່ດ້ານວຽກງານວິຊາສະເພາະ ດ້ານເຕັກນິກວິຊາການທີ່ທັນສະໄໝ ເພື່ອຍົກສູງຄຸນນະພາບການສິດສອນ ແລະ ການຖ່າຍທອດຄວາມຮູ້ຄວາມສາມາດໃຫ້ນັກສຶກສາມີຄວາມໜັກແໜ້ນຂຶ້ນ, ໃຫ້ນັກສຶກສາຜູ້ທີ່ຈົບໄປແລ້ວ ນໍາເອົາຄວາມຮູ້ທີ່ໄດ້ສຶກສາຮຽນມາໄປໝູນໃຊ້ ເຂົ້າໃນວຽກງານຕົວຈິງໃຫ້ປະສົບຜົນສໍາເລັດ ແລະ ໃຫ້ພ້ອມກັນຄົ້ນຄວ້ານໍາເອົາວິທະຍາສາດ ເຕັກໂນໂລຊີໃໝ່ໆທີ່ທັນສະໄໝ ໄປປະກອບສ່ວນເຂົ້າໃນການພັດທະນາ ຂະແໜງການ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານຂອງພວກເຮົາ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ໃນພິທີໄດ້ມີການມອບໃບຍ້ອງຍໍໃຫ້ຄູສອນດີ-ສອນເດັ່ນ, ນັກສຶກສາທີ່ມີຜົນການຮຽນດີເດັ່ນ ແລະ ມອບໃບປະກາສະນິຍະບັດ ໃຫ້ແກ່ນັກສຶກສາຜູ້ສໍາເລັດການຮຽນທັງໃນຫຼັກສູດພາກປົກກະຕິ, ຫຼັກສູດປະລິນຍາຕີຕໍ່ເນື່ອງ ແລະ ຫຼັກສູດພາກຄໍ່າຈຳນວນທັງໝົດ 80 ຄົນ.

ສຸດທ້າຍ, ພິທີໄດ້ຮັບຟັງການໂອ້ລົມຈາກທ່ານ ປະທານ ໂດຍເພິ່ນໄດ້ຍ້ອງຍໍຊົມເຊີຍທຸກຜົນງານຜ່ານມາຂອງຄູອາຈານ ທຸກທ່ານ. ເພື່ອສືບຕໍ່ມູນເຊື້ອທີ່ດີເຫຼົ່ານັ້ນ ເພິ່ນໄດ້ເນັ້ນໜັກໃຫ້ບັນດາ ພະນັກງານ, ຄູ-ອາຈານ ຈົ່ງສືບຕໍ່ປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VI ຂອງຂະແໜງການ ຕສ ໂດຍສະເພາະໃຫ້ພະນັກງານ, ຄູ-ອາຈານ ເປັນແບບຢ່າງທີ່ດີ, ເອົາໃຈໃສ່ໃນການຍົກລະດັບຄວາມຮູ້ຄວາມສາມາດ, ມີຈັນຍາບັນຕໍ່ອາຊີບຄູ, ມີຄວາມຮັກ ໃນອາຊີບຄູ ແລະ ສືບຕໍ່ຄົ້ນຄວ້າບົດຮຽນທີ່ທັນສະໄໝ ເພື່ອຖ່າຍທອດໃຫ້ແກ່ນັກຮຽນ. ຕໍ່ກັບບັນດິດຈົບໃໝ່, ທ່ານປະທານ ໄດ້ຮຽກຮ້ອງ ໃຫ້ທຸກຄົນສືບຕໍ່ຄົ້ນຄວ້າຮໍ່າຮຽນ ໃຫ້ທັນກັບສະພາບການປ່ຽນແປງໃໝ່ໃນແຕ່ລະໄລຍະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ສາມາດປະກອບສ່ວນຝນວຽກງານສ້າງ ສາພັດທະນາປະເທດຊາດ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ.