ຄັ້ງວັນທີ 17-19 ຕຸລາ 2025, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດຝຶກອົບຮົມສໍາມະນາ ໃນຫົວຂໍ້ ICT capacity building and enhanced quality of education thru academic research of IICT ທີ່ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄໍາມ່ວນ ໂດຍມີບັນດາທ່ານ ຄະນະນໍາ ແລະ ພະນັກງານ-ຄູ ອາຈານ ພາຍໃນສະຖາບັນ ແລະ ພະນັກງານວິຊາການ ພະແນກ ຕສ ແຂວງຄໍາມ່ວນ ເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 13 ທ່ານ.