ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະການສື່ສານ ເດີນທາງເຂົ້າຮ່ວມຝຶກອົບຮົມການພັດທະນາແລວທາງນະວັດຕະກຳໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄ້ັງທີ 2 ແລະ ຝຶກອົບຮົມສາກົນດ້ານວຽກງານເຕັກໂນໂລຊີສີຂຽວໃນຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ‘‘The 2nd Workshop on the Lancang-Mekong Cooperation Innovation Corridor Development and the International Training on Green Technologies in the Lancang-Mekong Region’’ ທີ່ ເມືອງຄຸນໝິງ, ແຂວງຢຸນນານ, ສປ ຈີນ.
ໃນລະຫວ່າງວັນທີ 11 ຫາ 15 ພະຈິກ 2025, ທ່ານ ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ໄດ້ນຳພາຄະນະຜູ້ແທນ ເດີນທາງເຂົ້າຮ່ວມຝຶກອົບຮົມການພັດທະນາແລວທາງນະວັດຕະກຳໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄ້ັງທີ 2 ແລະ ຝຶກອົບຮົມສາກົນດ້ານວຽກງານເຕັກໂນໂລຊີສີຂຽວໃນຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ‘‘The 2nd Workshop on the Lancang-Mekong Cooperation Innovation Corridor Development and the International Training on Green Technologies in the Lancang-Mekong Region’’ ທີ່ ເມືອງຄຸນໝິງ, ແຂວງຢຸນນານ, ສປ ຈີນ.
ການຝຶກອົບດັ່ງກ່າວໄດ້ດຳເນີນເປັນເວລາ 05 ວັນ, ແຕ່ວັນທີ 11 ຫາ 15 ພະຈິກ 2025. ພາຍໃນການຝອກອົບຮົມດັ່ງກ່າວປະກອບມີເຈົ້າໜ້າທີ່ວິທະຍາສາດ ແລະ ເຕັກໂນໂລຊີ, ນັກຊ່ຽວຊານ, ນັກວິຊາການ, ນັກທຸລະກິດ ຈາກ ສປ ຈີນ ແລະ ຕາງໜ້າຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກໃນຂອບຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງເຊັ່ນ: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ.
ໃນວາລະພິທີເປີດການຝຶກອົບຮົມດັ່ງກ່າວໄດ້ໃຫ້ກຽດເປັນເຈົ້າພາບຮ່ວມໂດຍພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ, ສະຖາບັນວິທະຍາສາດແຂວງຢຸນນານ ແລະ ມະຫາວິທະຍາໄລແຂວງຢຸນນານ, ພາຍໃຕ້ການສະໜັບສະໜູນຂອງ ກົມພົວພັນສາກົນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສປ ຈີນ. ຈຸດປະສົງເພື່ອສົ່ງເສີມການຮ່ວມມືພາຍໃນພາກພື້ນຂອງ ສປ ຈີນ ແລະ ບັນດາປະເທດສະມາຊິກ ພາຍໃຕ້ຫົວຂໍ້ພັດທະນາເຕັກໂນໂລຊີສີຂຽວ ໃນຂອບຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ໂດຍການເປັນປະທານຮ່ວມໃນພິທີເປີດຂອງ ທ່ານ ຫູ ຊີຊຽງ ຜູ້ອຳນວຍການ ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ, ແຂວງຢຸນນານ ແລະ ທ່ານ ມ໋າ ມິນຊຽງ, ຮອງຜູ້ອຳນວຍການ ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ.
ທ່ານ ຫວາງ ຊຽງ ຮອງຫົວໜ້າກົມພົວພັນສາກົນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ ຈີນ ໄດ້ມີຄຳເຫັນກ່ຽວກັບການຮ່ວມມືໃນຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຊຶ່ງຜ່ານມາໄດ້ມີການພັດທະນາ ແລະ ຍົກລະດັບຂຶ້ນຢ່າງມີບາດກ້າວທີ່ດີ. ໃນໄລຍະຜ່ານມາ, ສປ ຈີນ ແລະ ປະເທດສະມາຊິກແມ່ນ້ໍາຂອງ ໄດ້ປະສົບຜົນສຳເລັດໃນການກໍ່ສ້າງນະໂຍບາຍ ແລະ ກົນໄກການຮ່ວມມືດ້ານວິທະຍາສາດ, ການຄົ້ນຄວ້າຮ່ວມກັນທາງດ້ານເຕັກໂນໂລຊີ ແລະ ການສ້າງຂີດຄວາມສາມາດໃນລະດັບພາກພື້ນ. ນອກນັ້ນ, ໄດ້ມີການສະເໜີຕື່ມກ່ຽວກັບຂໍ້ລິເລີ່ມຮ່ວມມືສີ່ຈຸດຄື: 1) ການສ້າງສາຍສຳພັນທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີ້ຊຶ່ງກັນແລະກັນ, 2) ການແລກປ່ຽນທັກສະ, ຄວາມຮູ້ ແລະ ຄວາມສາມາດໃນລະດັບພາກພື້ນ, 3) ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີໃນລະດັບພາກພື້ນ, ແລະ 4) ການສົ່ງເສີມການຮ່ວມມືກັນໃນຂອບເຂດຮູບແບບໃໝ່.
ທ່ານ ຊາງ ຈາວຊິວ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ ກ່າວວ່າແຂວງຢຸນນານ, ໄດ້ມີຄຳເຫັນຕື່ມວ່າ ໃນຖານະທີ່ແຂວງຢຸນນານເປັນແຂວງຫຼັກໃນການຮ່ວມມື ຂອງ ສປ ຈີນ ແລະ ບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້, ຈະເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນດ້ານວຽກງານວິທະຍາສາດ ແລະ ເຕັກໂນໂລຊີຢ່າງເຕັມທີ່. ໃນໄລຍະຜ່ານມາ, ແຂວງຢຸນນານໄດ້ຈັດຕັ້ງປະຕິບັດຕາມແຜນຍຸດທະສາດການຮ່ວມມືລະຫວ່າງປະເທດ ຂອງ ສປ ຈີນ, ເປັນຕົ້ນແມ່ນການກໍ່ສ້າງຊ່ອງທາງການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ກະສິກໍາ ແລະ ພະລັງງານຮູບແບບໃໝ່ລະຫວ່າງປະເທດ, ພ້ອມກັບມີການແລກປ່ຽນບົດຮຽນ ແລະ ປະສົບການຕໍ່ກັບວຽກງານດັ່ງກ່າວ.