✨ທ່ານ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານ-ຄູອາຈານ ສຕສ.

    ໃນຕອນບ່າຍຂອງວັນທີ 13 ມັງກອນ 2026 ເວລາ 13:30 ໂມງ, ທ່ານ ແກ້ວວິສຸກ ໂສລະພົມ, ຮອງເລຂາຄະນະບໍລິຫານງານພັກ ກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນຜູ້ຊີ້ນໍາສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ໄດ້ໃຫ້ກຽດລົງຢ້ຽມຢາມ ແລະ ພົບປະໂອ້ລົມກັບຄະນະສະຖາບັນ, ພະນັກງານ ແລະ ຄູອາຈານ ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.
    ການລົງຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຕິດຕາມການເຄື່ອນໄຫວວຽກງານ ແລະ ໃຫ້ທິດຊີ້ນໍາໃນການພັດທະນາບຸກຄະລາກອນດ້ານ ICT ໃຫ້ມີຄວາມເຂັ້ມແຂງ ເພື່ອຮອງຮັບການຫັນເປັນດິຈິຕອນຂອງປະເທດເຮົາໃນອະນາຄົດ.