ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 25 ປີ

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ທີ່ຂຶ້ນກັບ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 25 ຂຶ້ນໃນວັນທີ 04 ຕຸລານີ້, ທີ່ ສຕສ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ທັນສະໄໝ ກົມມະສິດ ເລຂາຄະນະພັກ, ລັດຖະມົນຕີກະຊວງ ປທສ ມີຄະນະກົມ/ທຽບເທົ່າ, ພະນັກງານ-ຄູອາຈານ ພ້ອມດ້ວຍນັກສຶກສາຂອງ ສຕສ ເຂົ້າຮ່ວມຫຼາຍກວ່າ 500 ຄົນ.

ຊຶ່ງໃນພິທີ ທ່ານ ສາຍຝົນ ບຸດຈັນທະລາດ ໄດ້ເລົ່າຄືນມູນເຊື້ອ ປະຫວັດຂອງ ນາຍຄູຄໍາ ທີ່ມີຈິດໃຈຮັກຊາດ ທີ່ບໍ່ໃຫ້ຊາດລາວເຊື່ອມເສຍເປັນຊາດຝຣັ່ງ. ຈຶ່ງໄດ້ນໍາຂະບວນການຕໍ່ສູ້ຂອງປະຊາຊົນລາວ ນຳໂດຍນາຍຄູຄຳ ຂື້ນຢູ່ວຽງຈັນ ການຕໍ່ສູ້ໄດ້ດຳເນີນໄປຢ່າງຮູນແຮງ. ເຫດການປະຫວັດສາດດັ່ງກ່າວ ກໍ່ໄດ້ເປັນເງືອນໄຂເອື້ອອຳນວຍໃຫ້ແກ່ການສຶກສາຂອງລາວ ໄດ້ຮັບການພັດທະນາ, ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ. ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮໍ່າ ຮຽນຢູ່ໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູ ທີ່ມີນ້ຳໃຈຮັກຫອມປະເທດຊາດ, ມີຄວາມຮູ້ ຄວາມສາມາດ. ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສຳນຶກເຖີງຄຸນງາມຄວາມດີຂອງຄູໃນສັງຄົມ ໄດ້ກາຍເປັນພຶດຕິກຳໃນ ຕົວຈິງ ຈື່ງເຫັນມີຄວາມຈຳເປັນຈະຕ້ອງກຳນົດໃຫ້ມີວັນຄູແຫ່ງຊາດລາວ. ໂດຍກຳນົດເອົາ ວັນເຂົ້າ ຮັບລາຊະການ ເພື່ອເປັນຄູຂອງນາຍຄູຄຳ, ວັນທີ 7 ຕຸລາເປັນວັນຄູແຫ່ງຊາດລາວ.

ໃນຕອນທ້າຍ, ທ່ານ ປອ ທັນສະໄໝ ກົມມະສິດ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງກ່ອນອື່ນໝົດ ທ່ານໄດ້ ຍ້ອງຍໍ, ຊົມເຊີຍ ຕໍ່ບັນດາຄູ-ອາຈານ ໃນການສິດສອນດີ-ສອນເດັ່ນ ແລະ ໄດ້ທຸ້ມເທເຫື່ອແຮງ ສະຕິປັນຍາ ເຂົ້າໃນການຄົ້ນຄວ້າບົດສອນ ລວມໄປເຖິງສ້າງວິຊາການໃໝ່ໆ ເພື່ອອອກຮັບໃຊ້ສັງຄົມ ທີ່ສາມາດນໍາເອົາຄວາມຮູ້ທີ່ໄດ້ຮຽນມາ ນໍາໄປໃຊ້ໃຫ້ເກີດຜົນປະໂຫຍດສູງສູດ. ຄົນທີ່ຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນ ໄປສູ່ຜູ້ອຶ່ນໆ, ຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້ ເອີ້ນວ່າ: ການສອນ-ການຮຽນ ທີ່ເປັນປັດໃຈສໍາຄັນໜຶ່ງ ຂອງການສຶກສາ ກໍ່ຄືການພັດທະນາຊັບພະຍາກອນມະນຸດ. ທຸກຄົນມີຄວາມຮູ້ກໍ່ຍ້ອນມີການສອນຂອງຄູ ແລະ ທຸກຄົນລ້ວນເປັນຄູສອນຕົນເອງ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ ພະນັກງານຄູ-ອາຈານ ໃຫ້ສຸມໃສ່ການສິດສອນ ໃຫ້ແກ່ນັກຮຽນຂອງ ສຕສ ໃຫ້ມີຄຸນນະພາບ ເພື່ອເປັນແຮງຜັກດັນໃຫ້ແກ່ການຫັນເປັນ ທັນສະໄໝ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນຍຸກດິຈິຕອນ ຄຽງຄູ່ກັບການ ເອົາໃຈໃສ່ເຄື່ອນໄຫວຕາມສິດ ແລະ ໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງເຂັ້ມງວດ ໂດຍສະເພາະ ການກໍ່ສ້າງບຸກຄະລາກອນຂອງຊາດ ໃນຂະ ແໜງການ ປທສ ກໍ່ຄື ໄອຊີທີ ໃຫ້ມີປະສິດທີພາບ ໃນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ.