ໃນຕອນເຊົ້າຂອງວັນທີ 11 ພະຈິກ 2026, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ກຳນົດ ວ່າດ້ວຍລະບຽບການຄຸ້ມຄອງນັກສຶກສາ ແລະ ເປີດສົກຮຽນໃໝ່ ສົກສຶກສາ 2026-2027 ຂຶ້ນທີ່ຫ້ອງປະຊຸມໃຫຍ່ຊັ້ນ 05 ຂອງສະຖາບັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ມີບັນດາພະນັກງານ, ຄູ-ອາຈານ, ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍນ້ອງໆນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວຈັດຂຶ້ນເພື່ອເປັນການຕ້ອນຮັບການເປີດສົກຮຽນໃໝ່ 2026-2027 ແລະ ເຜີຍແຜ່ບັນດາລະບຽບຫຼັກການຕ່າງໆ ໃຫ້ນັກສຶກສາໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ພາຍໃນງານໄດ້ມີພິທີມອບທຶນການສຶກສາ ສົກສຶກສາ 2026-2027 ໃຫ້ແກ່ນັກສຶກສາສະຖາບັນ ໂດຍ ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນ, ພ້ອມທັງຮັບຊົມການສະແດງສິລະປະບົດຟ້ອນ ແລະ ບົດເພັງຈາກນ້ອງໆນັກສຶກສາ.
ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ ແລະ ແນະນຳຂໍ້ມູນສຳຄັນຫຼາຍດ້ານ ເປັນຕົ້ນແມ່ນ:
- ດ້ານລະບຽບການຄຸ້ມຄອງນັກສຶກສາ: ເຜີຍແຜ່ຂໍ້ກຳນົດ ວ່າດ້ວຍລະບຽບຄຸ້ມຄອງນັກສຶກສາສະຖາບັນ ສະບັບເລກທີ 888/ສຕສ, ລົງວັນທີ 21 ຕຸລາ 2025, ລວມທັງລະບຽບການຄຸ້ມຄອງນຳໃຊ້ຕຶກອາຄານ, ຫ້ອງຮຽນ, ອຸປະກອນຕ່າງໆ ແລະ ການຈ່າຍເງິນຄ່າຮຽນ ແລະ ຄ່າບໍລິການອື່ນໆ.
- ດ້ານວິຊາການ ແລະ ຫຼັກສູດ: ແນະນຳກ່ຽວກັບການຮຽນ-ການສອນ, ການແກ້ເກຣດ, ການເຜີຍແຜ່ຫຼັກສູດໄລຍະຍາວ, ຫຼັກສູດຮ່ວມມືກັບຕ່າງປະເທດ, ຕະຫຼອດຮອດຫຼັກສູດໄລຍະສັ້ນ, ການຝຶກອົບຮົມ ແລະ ສຳມະນາໃນຫົວຂໍ້ຕ່າງໆຂອງສະຖາບັນ.
- ດ້ານວຽກງານອົງການຈັດຕັ້ງ: ແນະນຳຂັ້ນຕອນການຮັບເຂົ້າເປັນ ແລະ ການຍົກຍ້າຍສະມາຊິກພັກ, ສະມາຊິກຊາວໜຸ່ມ, ສະມາຊິກແມ່ຍິງ ແລະ ສະມາຊິກກຳມະບານ ຂອງນັກສຶກສາສະຖາບັນ.
ໃນຕອນທ້າຍຂອງກອງປະຊຸມ, ຍັງໄດ້ເປີດໂອກາດໃຫ້ຄູ-ອາຈານ ແລະ ນັກສຶກສາ ໄດ້ແລກປ່ຽນຄຳຄິດເຫັນ ແລະ ຖາມ-ຕອບບັນຫາຕ່າງໆຢ່າງກົງໄປກົງມາ, ກ່ອນທີ່ ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນ ຈະໄດ້ໃຫ້ກຽດມີຄຳເຫັນໂອ້ລົມເພື່ອເປັນທິດທາງໃນການສຶກສາຮ່ຳຮຽນ ແລະ ປະຕິບັດລະບຽບວິໄນໃຫ້ແກ່ນັກສຶກສາ, ຈາກນັ້ນກອງປະຊຸມກໍໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ.