ໃນວັນທີ 19 ສິງຫາ 2026 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດພິທີມອບຫຼຽນທີ່ລະນຶກ 50 ປີ ວັນສະຖາປະນາ ສປປ ລາວ (2 ທັນວາ 1975 – 2 ທັນວາ 2025) ໃຫ້ແກ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ, ພ້ອມທັງມອບໃບຍ້ອງຍໍໃຫ້ແກ່ ພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ວຽກງານ ປະຈໍາປີ 2024 ແລະ 2025.
ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍ ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຄະນະນໍາ, ຄະນະພະແນກ/ພາກວິຊາ ແລະ ພະນັກງານ-ຄູອາຈານ ພາຍໃນສະຖາບັນ ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີຄັ້ງນີ້ ຖືເປັນການຍົກຍ້ອງຊົມເຊີຍ ແລະ ກໍານົດຜົນງານອັນໃຫຍ່ຫຼວງຂອງຄະນະນໍາ, ພະນັກງານ-ຄູອາຈານ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການພັດທະນາຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເພື່ອຮັບໃຊ້ນະໂຍບາຍການພັດທະນາເສດຖະກິດ-ສົມຄົມຂອງຊາດ.
ໃນໂອກາດອັນມີຄວາມໝາຍນີ້, ທ່ານ ປະທານ ຍັງໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ໂດຍໄດ້ເນັ້ນໃສ່ຫຼາຍບັນຫາສໍາຄັນ ເພື່ອເປັນທິດທາງໃນການພັດທະນາສະຖາບັນ ເປັນຕົ້ນແມ່ນ: ເພີ່ມພູນຄວາມຮູ້, ຄວາມສາມັກຄີ ແລະ ຄວາມຮັບຜິດຊອບ, ຮັກສາຫຼັກແຫຼ່ງການເມືອງ-ແນວຄິດໃຫ້ເຂັ້ມແຂງ; ສູ້ຊົນຍົກລະດັບພື້ນຖານໂຄງລ່າງ ແລະ ຂີດຄວາມສາມາດດ້ານການສຶກສາ, ການຮຽນ-ການສອນ, ການຝຶກອົບຮົມ ດ້ານເຕັກໂນໂລຊີ ແລະ ການສື່ສານ; ເນັ້ນໃສ່ການກໍ່ສ້າງຄູ-ອາຈານ ແລະ ນັກສຶກສາ ໃຫ້ມີທັກສະດິຈິຕອນ, ເຕັກໂນໂລຊີທັນສະໄໝ ຕອບໂຈດຄວາມຕ້ອງການຂອງຍຸກດິຈິຕອນ; ສົ່ງເສີມການຮ່ວມມືກັບຄູ່ຮ່ວມມື, ທີມງານ ແລະ ອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ຢ່າງກວ້າງຂວາງ.
ພິທີດັ່ງກ່າວ ໄດ້ປິດລົງດ້ວຍຄວາມຮຽບຮ້ອຍ, ສ້າງບັນຍາກາດອັນອົບອຸ່ນ, ພ້ອມທັງເປັນກໍາລັງໃຈໃຫ້ແກ່ບຸກຄະລາກອນທຸກທ່ານ ໃນການສືບຕໍ່ປະຕິບັດໜ້າທີ່ວຽກງານ ທີ່ພັກ-ລັດມອບໝາຍ ດ້ວຍຄວາມຮັບຜິດຊອບສູງ ແລະ ສໍາເລັດຜົນຢ່າງຈົບງາມ.