ຊົມເຊີຍວັນໄປສະນີແຫ່ງຊາດ ແລະ ໂທລະຄົມມະນາຄົມແຫ່ງຊາດຄົບຮອບ 58 ປີ

ໃນຕອນເຊົ້າວັນທີ 12 ມີນາ 2023 ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດງານຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນສະເຫຼີມສະຫຼອງ ວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດຄົບຮອບ58ປີ ພາຍໃຕ້ຄຳຂວັນ: ‘ປັບປຸງວຽກງານໄປສະນີໃຫ້ທັນສະໄໝ, ພັດທະນາວຽກງານໂທລະຄົມມະນາຄົມ ເພື່ອການຫັນເປັນດິຈິຕອນໃນທົ່ວປະເທດ’ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານກໍ່ໄດ້ເຂົ້າຮ່ວມງານຍ່າງເພື່ອສຸຂະພາບໃນຄັ້ງນີ້ ນຳພາໂດຍ ຮອງຫົວໜ້າສະຖາບັນ ທ່ານ ປະດັບໄຊ ໄຊຍະໂຄດ ພ້ອມດ້ວຍຄະນະພະແນກ ແລະ ວິຊາການຈຳນວນໜື່ງ