ກໍາມະບານຮາກຖານ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ບັນລຸ 3 ກິດຈະກຳທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ

ກໍາມະບານຮາກຖານ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ບັນລຸ 3 ກິດຈະກຳທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ ເຊິ່ງມັນໄດ້ສະແດງອອກໃນການເອົາໃຈໃສ່ຂອງສະມາຊິກຈຳນວນສ່ວນຫຼາຍແມ່ນໄດ້ເຂົ້າຮ່ວມທຸກຂະບວນການຈົນສໍາເລັດ, ບໍ່ວ່າຈະເປັນຂະບວນການອອກແຮງງານລວມ, ຂະບວນການແຂ່ງຂັນຕີເປຕັງ ແລະ ຂະບວນການຍ່າງເພື່ອສຸຂະພາບ ໃນການສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 137 ປີ (01 ພຶດສະພາ 1886 – 01 ພຶດສະພາ 2023).