ກອງປະຊຸມປະເມີນຜົນ ປະຈໍາປີ 2023 ແລະ ປະເມີນຢ້ອນຫລັງ ປະຈໍາປີ 2021-2022 ໃຫ້ຄະນະນໍາ ສຕສ

ໃນຕອນບ່າຍ ຂອງວັນທີ 26 ທັນວາ 2023 ສະຖາບັນ ຕສ ໄດ້ຈັດກອງປະຊຸມປະເມີນຜົນ ປະຈໍາປີ 2023 ແລະ ປະເມີນຢ້ອນຫລັງ ປະຈໍາປີ 2021-2022 ໃຫ້ຄະນະນໍາ ສຕສ. ໂດຍການເປັນປະທານ ຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງ ລມຕ ຜູ້ຊີ້ນໍາ, ໃນກອງປະຊຸມປະກອບດ້ວຍຄະນະຮັບຊອບ ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ ແລະ ຄະນະພະແນກ ຂອງ ສຕສ ເຂົ້າຮ່ວມ ແລະ ໃນໂອກາດດັ່ງກ່າວ ທາງຄະນະນໍາ ສຕສ ໄດ້ມອບກະຕ່າເພື່ອອວຍພອນປີໃໝ່ໃຫ້ແກ່ ທ່ານ ຮອງ ລມຕ.