ສ້າງຂະບວນການອອກແຮງງານລວມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ

ຄັ້ງວັນທີ 01 ກຸມພາ 2024, ເວລາ 14:00 ໂມງ ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຄະນະ, ສະມາຊິກ ກໍາມະບານຮາກຖານ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ພ້ອມດ້ວຍນັກສຶກສາ ໄດ້ສ້າງຂະບວນການອອກແຮງງານລວມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ (01 ກຸມພາ 1956 – 01 ກຸມພາ 2024).