ໃນວັນທີ 1 ພຶດສະພາ 2026, ຄະນະ ແລະ ສະມາຊິກກໍາມະບານຮາກຖານ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ພ້ອມພຽງກັນເຂົ້າຮ່ວມຂະບວນການຍ່າງເພື່ອສຸຂະພາບ ຢ່າງຟົດຟື້ນ ແລະ ມີຄວາມໝາຍສຳຄັນ.
ການຮ່ວມຂະບວນການໃນຄັ້ງນີ້ ແມ່ນຈັດຂຶ້ນເພື່ອເປັນການສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ (01 ພຶດສະພາ 1886 – 01 ພຶດສະພາ 2026) ຢ່າງມີເນື້ອໃນ ເພື່ອຫວນຄືນມູນເຊື້ອແຫ່ງການຕໍ່ສູ້ ແລະ ໄຊຊະນະຂອງຊົນຊັ້ນກຳມະກອນໃນທົ່ວໂລກ. ທັງນີ້ ກໍເພື່ອເປັນການສ້າງຄວາມສາມັກຄີຮັກແພງພາຍໃນສະຖາບັນ, ສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບທີ່ແຂງແຮງ ແລະ ກຽມພ້ອມໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເພື່ອພັດທະນາວຽກງານເຕັກໂນໂລຊີການສື່ສານຂອງຊາດໃຫ້ກ້າວໄກ.