🚀 ຍົກລະດັບທັກສະດ້ານ AI ເພື່ອກ້າວໄປສູ່ການເປັນຜູ້ນຳດິຈິຕອນ ໃນ ສປປ ລາວ!

ໃນວັນທີ 7 ພຶດສະພາ 2026 ທີ່ຜ່ານມາ, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ໄດ້ຮ່ວມກັບ ຊ່ຽວຊານຈາກ ສ.ເກົາຫລີ ປະຈຳ ສຕສ ຈັດຊຸດຝຶກອົບຮົມສຸດພິເສດໃນຫົວຂໍ້: “Machine Learning (ML) & AI Engineering and Becoming a Digital AI Leader in Lao PDR”.

ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງວ່າການເມືອງເຟືອງ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ການຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 15 ທ່ານ, ໃນນັ້ນມີຜູ້ຕາງໜ້າຈາກຫ້ອງວ່າການປົກຄອງເມືອງເຟືອງ ຈຳນວນ 2 ທ່ານ ເຂົ້າຮ່ວມເພື່ອຖອດຖອນບົດຮຽນ ແລະ ສ້າງຄວາມພ້ອມໃນການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເຂົ້າໃນການພັດທະນາປະເທດຊາດ.

ນີ້ຄືບາດກ້າວທີ່ສຳຄັນໃນການສ້າງບຸກຄະລາກອນດ້ານດິຈິຕອນໃຫ້ມີຄວາມຮູ້ຄວາມສາມາດລະດັບສາກົນ ເພື່ອຊຸກຍູ້ການຫັນເປັນທັນສະໄໝໃນ ສປປ ລາວ ຢ່າງແຂງແຮງ.