ໃນຕອນເຊົ້າວັນທີ 19 ພຶດສະພາ 2026, ທີ່ຫ້ອງປະຊຸມຊັ້ນ 4 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມຄະນະກຳມະການຜູ້ຊົງຄຸນວຸດທິ ເພື່ອດຳເນີນການປະເມີນແບບຟອມຄໍາຮ້ອງສະເໜີຂໍຕຳແໜ່ງວິຊາການຄູແບບປະຈຳ ຊຸດທີ 1 ໂດຍການເປັນປະທານຂອງ ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ພ້ອມດ້ວຍຄະນະກຳມະການຜູ້ຊົງຄຸນວຸດທິ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ດຳເນີນການກວດກາ ແລະ ປະເມີນຜົນງານວິຊາການ ຂອງຜູ້ທີ່ສົ່ງແບບຟອມຂໍຮັບການປະເມີນທັງໝົດ ຈຳນວນ 15 ຊຸດ; ໃນນີ້, ມີຜູ້ສະເໜີຂໍຕຳແໜ່ງຂັ້ນອາຈານ ຈຳນວນ 2 ຊຸດ ແລະ ຂັ້ນຜູ້ຊ່ວຍອາຈານ ຈຳນວນ 13 ຊຸດ. ການປະເມີນດັ່ງກ່າວ ແມ່ນໄດ້ອີງໃສ່ຜົນງານທາງດ້ານວິຊາການຂອງຜູ້ສະເໜີເປັນຫຼັກ ໂດຍພິຈາລະນາພາຍໃຕ້ມາດຕະຖານ ແລະ ເງື່ອນໄຂ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ, ບໍລິສຸດຜຸດຜ່ອງ ແລະ ມີຄວາມໂປ່ງໃສ.
ກອງປະຊຸມຄັ້ງນີ້ບໍ່ພຽງແຕ່ເປັນການຢັ້ງຢືນເຖິງຄວາມຮູ້ຄວາມສາມາດຂອງຄູ-ອາຈານເທົ່ານັ້ນ, ແຕ່ຍັງເປັນຂີດໝາຍສຳຄັນໃນການຮອງຮັບບົດບາດອັນຍິ່ງໃຫຍ່ຂອງບຸກຄະລາກອນຄູ ຜູ້ທີ່ຈະເປັນ “ສະຖາປານິກ” ໃນການສ້າງອານາຄົດຂອງຊາດ. ຍ້ອນວ່າໃນປັດຈຸບັນ, ສປປ ລາວ ກຳລັງເລັ່ງຊຸກຍູ້ການຫັນເປັນດິຈິຕອນຢ່າງຮອບດ້ານ; ດັ່ງນັ້ນ, ຄູ-ອາຈານ ຈຶ່ງເປັນກຳລັງແຮງຫຼັກ ແລະ ເປັນຂົວຕໍ່ທີ່ສຳຄັນໃນການຖ່າຍທອດຄວາມຮູ້, ບົ່ມສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໃຫ້ມີທັກສະແຫ່ງສະຕະວັດທີ 21 ໂດຍສະເພາະແມ່ນທັກສະດ້ານເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ໆ. ສິ່ງເຫຼົ່ານີ້ຈະເປັນພື້ນຖານອັນໜັກແໜ້ນໃນການຂັບເຄື່ອນ ວິໄສທັດການສ້າງ ສປປ ລາວ ໃຫ້ກ້າວໄປສູ່ການເປັນ ລັດຖະບານດິຈິຕອນ (Digital Government), ເສດຖະກິດດິຈິຕອນ (Digital Economy) ແລະ ສັງຄົມດິຈິຕອນ (Digital Society) ຢ່າງເຕັມຮູບແບບໃນອານາຄົດ.
ການປະເມີນ ແລະ ມອບຕຳແໜ່ງວິຊາການຄູໃນຄັ້ງນີ້ ຈຶ່ງຖືເປັນການຊຸກຍູ້, ສົ່ງເສີມ ແລະ ພັດທະນາຍົກລະດັບຂີດຄວາມສາມາດຂອງຄູ-ອາຈານ ທັງດ້ານຄຸນສົມບັດສິນທຳປະຕິວັດ, ດ້ານການສິດສອນ ແລະ ດ້ານວິຊາການ ໃຫ້ມີຄວາມທັນສະໄໝ ແລະ ໜັກແໜ້ນ ເພື່ອໃຫ້ສົມກັບພາລະບົດບາດໃນການສ້າງ-ປ້ອນບຸກຄະລາກອນທີ່ມີຄຸນນະພາບສູງ ເຂົ້າຮ່ວມໃນພາລະກິດການຫັນເປັນດິຈິຕອນຂອງຊາດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.