ໃນວັນທີ 17 ມິຖຸນາ 2026 ທີ່ ສະຖາບັນເຕັກໂນໂລຊີການສຶກສາຂັ້ນມູນຂ່າວສານ ໄດ້ຈັດພິທີເປີດຊຸດຝຶກອົບຮົມ “ພິທີເປີດຊຸດຝຶກອົບຮົມ ເຕັກນິກການນຳໃຊ້ ລະບົບການສອບເສັງອອນລາຍ ຂອງ ສຕສ ສຳລັບ ຄູ-ອາຈານ” ມີ ຄູ-ອາຈານ ແລະ ພະນັກງານ ໂດຍມີ ທ່ານ ປອ. ອາຣົມຮັກ ໄຊຊະນະສົງຄາມ ເປັນປະທານໃນພິທີເປີດ ພ້ອມດ້ວຍຄະນະອາຈານ ແລະ ພະນັກງານພາຍໃນເຂົ້າຮ່ວມຈຳນວນ 15 ທ່ານ.
ການຈັດຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ທັກສະໃນການນຳໃຊ້ລະບົບການສອບເສັງອອນລາຍ ໃຫ້ແກ່ຄູ-ອາຈານ ແລະ ບຸກຄະລາກອນທີ່ຮັບຜິດຊອບ ເພື່ອໃຫ້ສາມາດບໍລິຫານ, ຄຸ້ມຄອງ ແລະ ນຳໃຊ້ລະບົບໄດ້ຢ່າງຖືກຕ້ອງ ຕາມຫຼັກວິຊາການ ແລະ ທັນກັບການພັດທະນາດ້ານເຕັກໂນໂລຊີໃນປັດຈຸບັນ.
ໃນໂອກາດນີ້ ທ່ານ ປອ. ອາຣົມຮັກ ໄຊຊະນະສົງຄາມ ໄດ້ໃຫ້ກຽດກ່າວເປີດການຝຶກອົບຮົມ ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການນຳໃຊ້ເຕັກໂນໂລຊີດິຈິຕອນເຂົ້າມາຊ່ວຍໃນວຽກງານການສຶກສາ ໂດຍສະເພາະການວັດ ແລະ ປະເມີນຜົນການຮຽນການສອນ ເພື່ອໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ, ທັນສະໄໝ ແລະ ມີປະສິດທິຜົນສູງຂຶ້ນ.
ຕະຫຼອດໄລຍະການອົບຮົມ ໄດ້ເນັ້ນໃສ່ການຝຶກປະຕິບັດຕົວຈິງ ຄວບຄູ່ກັບການແລກປ່ຽນບົດຮຽນ, ປະສົບການ ແລະ ຄຳເຫັນລະຫວ່າງຜູ້ເຂົ້າຮ່ວມ ເພື່ອເປີດໂອກາດໃຫ້ຜູ້ຝຶກອົບຮົມໄດ້ຮຽນຮູ້ຈາກການລົງມືປະຕິບັດຕົວຈິງ, ແກ້ໄຂບັນຫາທີ່ອາດເກີດຂຶ້ນ ແລະ ສາມາດນຳຄວາມຮູ້ທີ່ໄດ້ຮັບໄປປະຍຸກໃຊ້ໃນວຽກງານຕົວຈິງໄດ້ຢ່າງມີປະສິດທິຜົນ.
ພ້ອມກັນນັ້ນ ການຈັດຝຶກອົບຮົມຄັ້ງນີ້ ຍັງເປັນສ່ວນໜຶ່ງໃນການຂັບເຄື່ອນວຽກງານການສຶກສາໃຫ້ສອດຄ່ອງກັບແນວທາງການຫັນປ່ຽນສູ່ຍຸກດິຈິຕອນ ໂດຍການນຳເອົາເທັກໂນໂລຊີສາລະສົນເທດມາປະຍຸກໃຊ້ໃນການບໍລິຫານຈັດການ, ການວັດຜົນ ແລະ ການປະເມີນຜົນ ເພື່ອຫັນວຽກງານໃຫ້ເຂົ້າກັບລະບົບດິຈິຕອນ ຢ່າງເປັນລະບົບ ແລະ ສອດຄ່ອງກັບນະໂຍບາຍການພັດທະນາການສຶກສາໃນຍຸກໃໝ່.
ຊຸດຝຶກອົບຮົມດັ່ງກ່າວ ຈະດຳເນີນຂຶ້ນແຕ່ວັນທີ 17-19 ມິຖຸນາ 2026 ໂດຍຄາດວ່າຜູ້ເຂົ້າຮ່ວມຈະສາມາດນຳຄວາມຮູ້ ແລະ ທັກສະທີ່ໄດ້ຮັບໄປນຳໃຊ້ໃນວຽກງານຂອງຕົນ ເພື່ອຊ່ວຍຍົກລະດັບຄຸນນະພາບການສຶກສາ ແລະ ສົ່ງເສີມການບໍລິຫານຈັດການການສຶກສາໃຫ້ມີປະສິດທິຜົນ ແລະ ທັນສະໄໝຫຼາຍຂຶ້ນ.