ທ່ານ ປອ. ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ໄດ້ສ້າງຊື່ສຽງອັນພາກພູມໃຈໃຫ້ແກ່ປະເທດຊາດ ໂດຍການຍາດໄດ້ລາງວັນອັນຊົງກຽດ “The Most Engaged Delegate” ໃນກອງປະຊຸມນັກວິທະຍາສາດຍິງ ອາຊຽນ-ອິນເດຍ ຄັ້ງທີ 2 (2nd ASEAN-India Women Scientists Conclave) ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 8-10 ກໍລະກົດ 2026 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກຳປູເຈຍ.
ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ປອ. ນາງ ໃຈມາລີ ພະກະຊຸມ ໄດ້ຕາງໜ້າໃຫ້ແກ່ ສປປ ລາວ ເຂົ້າຮ່ວມການແຂ່ງຂັນ ແລະ ວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ ໃນຫົວຂໍ້ “Translating Academic Novelty into Actionable National Policy: Applied Research for Sustainable Development in Lao PDR” ເຊິ່ງໄດ້ເນັ້ນໜັກເຖິງການນຳໃຊ້ການຄົ້ນຄວ້າຕົວຈິງ ເພື່ອສ້າງນະໂຍບາຍດ້ານເຕັກໂນໂລຊີ, ການນຳໃຊ້ AI ໃນການພັດທະນາໂຄງລ່າງພື້ນຖານດິຈິຕອນ ແລະ ການເຊື່ອມໂຍງທາງດ້ານການສຶກສາ. ທັງນີ້, ວຽກງານການຄົ້ນຄວ້າວິທະຍາສາດດັ່ງກ່າວ ແມ່ນນອນຢູ່ໃນແຜນວຽກຈຸດສຸມ ຂອງຍຸດທະສາດການຫັນເປັນດິຈິຕອນແຫ່ງຊາດ ແລະ ຍຸດທະສາດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງຊາດ ຂອງ ສປປ ລາວ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ກ້າວສູ່ຄວາມທັນສະໄໝ.
ຜົນງານການໄດ້ຮັບລາງວັນ “The Most Engaged Delegate” ໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງການປະກອບສ່ວນອັນພົ້ນເດັ່ນຂອງ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ ໃນການຮ່ວມກິດຈະກຳຕ່າງໆພາຍໃນກອງປະຊຸມຢ່າງຫ້າວຫັນ, ການປະກອບຄຳຄິດເຫັນ ແລະ ສະເໜີທັດສະນະທີ່ສຳຄັນ ເຊິ່ງເປັນປະໂຫຍດຢ່າງຍິ່ງໃນການເສີມສ້າງບັນຍາກາດການຮຽນຮູ້, ແລກປ່ຽນບົດຮຽນ ແລະ ຮັກແໜ້ນຄວາມສາມັກຄີພາຍໃນເຄືອຂ່າຍນັກຄົ້ນຄວ້າວິທະຍາສາດ ອາຊຽນ-ອິນເດຍ ໃຫ້ມີຄວາມເຂັ້ມແຂງ ແລະ ດີເລີດ.
ຄວາມສຳເລັດດັ່ງກ່າວ ບໍ່ພຽງແຕ່ເປັນກຽດປະຫວັດສ່ວນຕົວເທົ່ານັ້ນ, ແຕ່ຍັງເປັນການຍົກລະດັບບົດບາດຂອງນັກວິທະຍາສາດຍິງລາວ ໃນເວທີພາກພື້ນ ພາຍໃຕ້ຫົວຂໍ້ກອງປະຊຸມ “Building Inclusive STI Communities” (ການສ້າງຊຸມຊົນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ມີຄວາມທົ່ວເຖິງ).