ວັນທີ 28.07.2026, ຕາງໜ້າສະຫະພັນແມ່ຍິງຮາກຖານສະຖາບັນ ສຳເລັດເຂົ້າຮ່ວມສຳມະນາ “ການຮູ້ໜັງສືດິຈິຕອນ ແລະ ການປັບປຸງທັກສະຂອງແມ່ຍິງ ໃນອາຊີ-ປາຊີຟິກ (Digital Literacy and Skills Enhancement for Women from the Asia-Pacific Region) ທີ່ ສປ ຈີນ

ໃນວັນທີ 28.07.2026, ຕາງໜ້າສະຫະພັນແມ່ຍິງຮາກຖານ ສຕສ, ສຳເລັດການເຂົ້າຮ່ວມສຳມະນາແລກປ່ຽນບົດຮຽນກັບຝ່າຍຈີນ ໃນຫົວຂໍ້: “ການຮູ້ໜັງສືດິຈິຕອນ ແລະ ການປັບປຸງທັກສະຂອງແມ່ຍິງ ໃນອາຊີ-ປາຊີຟິກ (Digital Literacy and Skills Enhancement for Women from the Asia-Pacific Region) ທີ່ ສປ ຈີນ ຢ່າງສົມກຽດ, ໃນໂອກາດນີ້ການສໍາມະນາໄດ້ຍົກໃຫ້ເຫັນເຖິງສະພາບຄວາມເປັນຈິງ, ໂອກາດໃນການຂະຫຍາຍການຄ້າຂາຍອອນລາຍ (E-commerce) ແລະ ສິ່ງທ້າທາຍດ້ານທັກສະດີຈີຕອນຂອງແມ່ຍິງລາວ, ພ້ອມທັງເນັ້ນເຖິງຄວາມພະຍາຍາມ ໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການພັດທະນາໂຄງລ່າງພື້ນຖານ, ການເຂົ້າຮ່ວມຄັ້ງນີ້ ເຮັດໃຫ້ໄດ້ແລກປ່ຽນບົດຮຽນອັນລ້ຳຄ່າ, ຮັດແໜ້ນຄວາມຮ່ວມມື ລາວ-ຈີນ ແລະ ຈະນຳເອົາບົດຮຽນທີ່ໄດ້ຮັບມາປັບໃຊ້ເຂົ້າໃນການສົ່ງເສີມສັກກະຍະພາບຂອງແມ່ຍິງລາວໃນຍຸກດີຈິຕອນໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.