ຫຼັກສູດຊັ້ນສູງ ປະກອບມີ 4 ຫຼັກສູດດັ່ງລຸ່ມນີ້:
ວິສະວະກຳເຕັກໂນໂລຊີຂໍ້ມູນຂ່າວສານ

ພາສາລາວ: ຫຼັກສູດຊັ້ນສູງວິສະວະກຳເຕັກໂນໂລຊີຂໍ້ມູນຂ່າວສານ
ພາສາອັງກິດ: Higher Curriculum of Information Technology Engineering.
ມາດຕະຖານອາຊີບ
ມາດຕະຖານອາຊີບ
– ສາມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດເຂົ້າໃນອາຊີບປະຈຳວັນ.
– ສາມາດພັດທະນາອາຊີບ ແລະ ແກ້ໄຂບັນຫາໄດ້ໂດຍການນຳໃຊ້ວິທະຍາສາດເຕັກໂນໂລຊີ.
– ສາມາດເປັນຜູ້ບໍລິຫານ ຫຼື ເປັນຜູ້ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ.
– ເຂົ້າໃຈຫຼັກການ ຫຼື ຂັ້ນຕອນການປະຕິບັດວຽກການຕິດຕັ້ງ, ແກ້ໄຂບັນຫາ, ການບຳລຸງຮັກສາຊັບພະຍາກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ.
– ມີທັກສະໃນການແກ້ໄຂບັນຫາ ແລະ ການວາງແຜນສ້າງລະບົບເຄືອຂ່າຍ, ລະບົບເຕັກໂນໂລຊີຂໍ້ມູນຂ່າວ ສານ.
ຄຸນວຸດທິ ແລະ ນາມມະຍົດ
– ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບນາມມະຍົດເປັນນັກວິສະວະກອນດ້ານ ເຕັກໂນໂລຊີຂໍ້ມູນຂ່າວສານລະດັບຊັ້ນສູງ.
ລະດັບຄວາມສາມາດ:
– ສາມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດ ໃນລະດັບໃດໜື່ງທີ່ແນ່ນອນ.
– ສາມາດຄົ້ນຄວ້ານຳໃຊ້ໂປຣແກຣມ, ອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນ ວຽກງານຕົວຈິງໃນປັດຈຸບັນ ແລະ ອະນາຄົດ.
– ສາມາດຕິດຕັ້ງ, ສ້ອມແປງ, ແກ້ໄຂບັນຫາ ແລະ ການບຳລຸງຮັກສາຊັບພະຍາກອນເຄືອຂ່າຍໃຫ້ຖືກຕ້ອງຕາມຫລັກການ.
– ສາມາດປະຕິບັດວຽກງານການປ້ອງກັນບໍ່ໃຫ້ລະບົບເປ່ເພ, ເສຍຫາຍ ແລະ ປ້ອງກັນຄວາມປອດໄພໃນເວ ລາປະຕິບັດງານ.
– ສາມາດປະກອບອາຊີບການຕິດຕັ້ງສ້ອມແປງອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ.
– ສາມາດສະໝັກເຂົ້າເຮັດວຽກງານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ຫຼື ສະໝັກເຮັດວຽກຢູ່ນຳບັນດາອົງການຈັດຕັ້ງລັດ, ບໍລິສັດ, ລັດວິສາຫະກິດ, ອົງການຈັດຕັ້ງສາກົນ ແລະ ເອກະຊົນຕ່າງໆ.
ຫຼັກສູດວິສະວະກຳເຕັກໂນໂລຊີການສື່ສານ

ພາສາລາວ : ຫຼັກສູດຊັ້ນສູງວິສະວະກຳເຕັກໂນໂລຊີການສື່ສານ
ພາສາອັງກິດ: Higher Curriculum of Communications Technology Engineering.
ມາດຕະຖານອາຊີບ:
– ສາມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາສາກົນເຂົ້າໃນອາຊີບປະຈຳວັນ.
– ສາມາດພັດທະນາອາຊີບ ແລະ ແກ້ໄຂບັນຫາໄດ້ໂດຍການນຳໃຊ້ເຕັກໂນໂລຊີວິທະຍາສາດ.
– ສາມາດເປັນຜູ້ບໍລິຫານ ຫຼື ເປັນຜູ້ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີການສື່ສານ.
– ເຂົ້າໃຈຫຼັກການ ຫຼື ຂັ້ນຕອນການປະຕິບັດວຽກການຕິດຕັ້ງ, ແກ້ໄຂບັນຫາ, ການບຳລຸງຮັກສາຊັບພະຍາກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີການສື່ສານ.
– ມີທັກສະໃນການແກ້ໄຂບັນຫາ ແລະ ການວາງແຜນສ້າງລະບົບເຄືອຂ່າຍ, ລະບົບເຕັກໂນໂລຊີການສື່ສານ.
ຄຸນວຸດທິ ແລະ ນາມມະຍົດ:
– ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບນາມມະຍົດເປັນນັກວິສະວະກອນດ້ານເຕັກໂນໂລຊີການສື່ສານ ລະດັບຊັ້ນສູງ.
ລະດັບຄວາມສາມາດ:
– ສາມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາສາກົນໃນລະດັບໃດໜື່ງທີ່ແນ່ນອນ.
– ສາມາດຄົ້ນຄວ້ານຳໃຊ້ໂປຣແກຣມ, ອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີການສື່ສານເຂົ້າໃນວຽກງານຕົວຈິງໃນປັດຈຸບັນ ແລະ ອະນາຄົດ.
– ສາມາດຕິດຕັ້ງ, ສ້ອມແປງ,ແກ້ໄຂບັນຫາ ແລະ ການບຳລຸງຮັກສາຊັບພະຍາກອນເຄືອຂ່າຍໃຫ້ຖືກຕ້ອງຕາມຫລັກການ.
– ສາມາດປະຕິບັດວຽກງານການປ້ອງກັນບໍ່ໃຫ້ລະບົບເປ່ເພ, ເສຍຫາຍ ແລະ ປ້ອງກັນຄວາມປອດໄພໃນເວລາປະຕິບັດງານ.
– ສາມາດປະກອບອາຊີບການຕິດຕັ້ງສ້ອມແປງອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີການສື່ສານ.
– ສາມາດສະໝັກເຂົ້າເຮັດວຽກງານດ້ານເຕັກໂນໂລຊີການສື່ສານ ຫຼື ສະໝັກເຮັດວຽກຢູ່ນຳບັນດາອົງການຈັດຕັ້ງລັດ, ບໍລິສັດ, ລັດວິສາຫະກິດ, ອົງການຈັດຕັ້ງສາກົນແລະເອກະຊົນຕ່າງໆ.
ວິສະວະກຳຄວາມປອດໄພທາງໄຊເບີ

ພາສາລາວ : ຫຼັກສູດຊັ້ນສູງຄວາມປອດໄພທາງໄຊເບີ
ພາສາອັງກິດ : Higher Curriculum of Cyber Security
ມາດຕະຖານອາຊີບ
– ສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດເຂົ້າໃນວິຊາຊີບໃນລະດັບໃດໜຶ່ງທີ່ແນ່ນອນ.
– ພັດທະນາອາຊີບ ແລະ ແກ້ໄຂບັນຫາໄດ້ ໂດຍການນຳໃຊ້ວິທະຍາສາດເຕັກໂນໂລຊີທາງໄຊເບີ.
– ຮັບປະກັນການນໍາໃຊ້ເຄື່ອງມືການຮັກສາຄວາມປອດໄພ, ການຮັບປະກັນເຕັກໂນໂລຊີທີ່ສາມາດປົກປ້ອງສະພາບແວດລ້ອມທາງໄຊເບີ, ລະບົບເຄືອຂ່າຍ ແລະ ຂໍ້ມູນຂ່າວສານຂອງ ອົງການ ແລະ ສັບສິນຂອງຜູ້ໃຊ້ງານ.
– ຮັບປະກັນຄວາມຮູ້, ຄວາມສາມາດ ແລະ ທັດສະນະຄຸນສົມບັດ ທີ່ສອດຄ່ອງກັບຄວາມຕ້ອງການພັດທະນາເສດຖະກິດສັງຄົມ ແລະ ຕະຫຼາດແຮງງານ ແຕ່ລະໄລຍະ.
– ມີຄຸນສົມບັດສິນທໍາປະຕິວັດ ແລະ ຈັນຍາບັນທີ່ດີຕໍ່ການນຳເຕັກໂນໂລຊີ, ເຄື່ອງມື ແລະ ຄວາມຮູ້ດ້ານຄວາມປອດໄພທາງໄຊເບີ ໄປໃຊ້ໃນການປະກອບອາຊີບ.
– ເປັນຜູ້ບໍລິຫານ ຫຼື ເປັນຜູ້ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ.
– ເຂົ້າໃຈຫຼັກການ ຫຼື ຂັ້ນຕອນການປະຕິບັດວຽກງານການຕິດຕັ້ງ, ແກ້ໄຂບັນຫາອາສະຍາກໍາທາງຄອມພິວເຕີ, ການບຳລຸງຮັກສາຊັບພະຍາກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ.
– ມີທັກສະໃນການແກ້ໄຂບັນຫາ ແລະ ການວາງແຜນສ້າງລະບົບເຄືອຂ່າຍ, ລະບົບເຕັກໂນໂລຊີຂໍ້ມູນຂ່າວ ສານ.
ວຸດທິການສຶກສາ ແລະ ນາມມະຍົດ
– ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບນາມມະຍົດເປັນນັກວິສະວະກອນດ້ານ ຄວາມປອດໄພທາງໄຊເບີລະດັບຊັ້ນສູງ.
ລະດັບຄວາມສາມາດຫຼັງຈາກຮຽນຈົບ:
– ສາມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດ ໃນລະດັບໃດໜຶ່ງທີ່ແນ່ນອນ.
– ສາມາດໃຊ້ຮາດແວ, ຊອບແວ ຫຼື ເຄື່ອງມືການຮັກສາຄວາມປອດໄພທາງໄຊເບີ ໃຫ້ມີຄວາມປອດໄພ, ສະດວກວ່ອງໄວ ແລະ ທັນສະໄໝ ທ່ວງທັນກັບສະພາບການພັດທະນາຂອງເຕັກໂນໂລຊີໃນແຕ່ລະໄລຍະ.
– ສາມາດວິເຄາະຄວາມສ່ຽງ, ຄົ້ນຄວ້ານຳໃຊ້, ບຳລຸງຮັກສາ, ຄຸ້ມຄອງ ແລະ ແກ້ໄຂບັນຫາຂໍ້ຂັດຂ້ອງທາງດ້ານເຕັກນິກຂອງຊັບພະຍາກອນເຄືອຂ່າຍ, ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ.
– ສາມາດຄົ້ນຄວ້ານຳໃຊ້ໂປຣແກຣມ, ອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນ ວຽກງານຕົວຈິງໃນປັດຈຸບັນ ແລະ ອະນາຄົດ.
– ສາມາດຕິດຕັ້ງ, ສ້ອມແປງ, ແກ້ໄຂບັນຫາ, ບຳລຸງຮັກສາ ແລະ ຮັກສາຄວາມປອດໄພຊັບພະຍາກອນເຄືອຂ່າຍ ຖືກຕ້ອງຕາມມາດຕະຖານເຕັກນິກ.
– ສາມາດປະຕິບັດວຽກງານ ການປ້ອງກັນບໍ່ໃຫ້ລະບົບຖືກທໍາລາຍ, ເປ່ເພ, ເສຍຫາຍ ແລະ ປ້ອງກັນຄວາມປອດໄພໃນເວລາປະຕິບັດງານ.
– ສາມາດຮັກສາຄວາມປອດໄພລະບົບຄອມພິວເຕີ, ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ, ລະບົບເຊີເວີ ແລະ ລະບົບເຄືອຂ່າຍ ເປັນຕົ້ນ.
ຫຼັກສູດຊັ້ນສູງບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ພາສາລາວ : ຫຼັກສູດຊັ້ນສູງບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ພາສາອັງກິດ : Higher Curriculum of Information and Communication Technology Management
ມາດຕະຖານອາຊີບ
– ສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດເຂົ້າໃນວິຊາຊີບໃນລະດັບໃດໜຶ່ງທີ່ແນ່ນອນ.
– ຈັດຫາ ແລະ ດູແລຮັກສາຊັບພະຍາກອນລະບົບຂໍ້ມູນຂ່າວສານ ແລະ ການສື່ສານ ໃຫ້ພຽງພໍຕໍ່ການໃຊ້ງານ
– ບໍລິຫານຈັດການລະບົບຂໍ້ມູນຂ່າວສານ ແລະ ການສື່ສານ ໃຫ້ບໍລິການໄດ້ຢ່າງຕໍ່ເນື່ອງ ມີປະສິດທິພາບ ແລະ ໝັ້ນຄົງປອດໄພ.
– ບໍລິຫານຈັດການ, ໃຫ້ບໍລິການດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ຮອງຮັບຕາມກົດໝາຍໄອຊີທີ ຂອງລາວ ແລະ ມາດຕະຖານສາກົນ.
– ຈັດຫາ ແລະ ສ້າງນະວັດຕະກໍາດ້ານໄອຊີທີ ເພື່ອສະໜັບສະໜູນງານດ້ານບໍລິການ.
– ຮັບປະກັນຄວາມຮູ້, ຄວາມສາມາດ ແລະ ທັດສະນະຄຸນສົມບັດ ທີ່ສອດຄ່ອງກັບຄວາມຕ້ອງການພັດທະນາເສດຖະກິດສັງຄົມ ແລະ ຕະຫຼາດແຮງງານ ແຕ່ລະໄລຍະ.
– ມີຄຸນສົມບັດສິນທໍາປະຕິວັດ ແລະ ຈັນຍາບັນທີ່ດີຕໍ່ການນຳເຕັກໂນໂລຊີ, ເຄື່ອງມື ແລະ ຄວາມຮູ້ດ້ານໄອຊີທີ ໄປໃຊ້ໃນການປະກອບອາຊີບ.
– ເປັນຜູ້ບໍລິຫານ ຫຼື ເປັນຜູ້ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ.
– ມີທັກສະໃນການແກ້ໄຂບັນຫາ ແລະ ການວາງແຜນສ້າງລະບົບເຄືອຂ່າຍ, ລະບົບເຕັກໂນໂລຊີຂໍ້ມູນຂ່າວ ສານ.
ວຸດທິການສຶກສາ ແລະ ນາມມະຍົດ
– ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບນາມມະຍົດເປັນນັກວິສະວະກອນດ້ານ ບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ລະດັບຊັ້ນສູງ.
ລະດັບຄວາມສາມາດຫຼັງຈາກຮຽນຈົບ
– ສາມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດ ໃນລະດັບໃດໜຶ່ງທີ່ແນ່ນອນ.
– ສາມາດບໍລິຫານຈັດການ, ໃຫ້ບໍລິການດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ຮອງຮັບຕາມກົດໝາຍໄອຊີທີ ຂອງລາວ ແລະ ມາດຕະຖານສາກົນ.
– ສາມາດຈັດຫາ ແລະ ດູແລຮັກສາຊັບພະຍາກອນລະບົບຂໍ້ມູນຂ່າວສານ ແລະ ການສື່ສານ.
– ສາມາດບໍລິຫານຈັດການລະບົບຂໍ້ມູນຂ່າວສານ ແລະ ການສື່ສານ ໃຫ້ບໍລິການໄດ້ຢ່າງຕໍ່ເນື່ອງ ມີປະສິດທິພາບ ແລະ ໝັ້ນຄົງປອດໄພ.
– ຈັດຫາ ແລະ ສ້າງນະວັດຕະກໍາດ້ານໄອຊີທີ ເພື່ອສະໜັບສະໜູນງານດ້ານບໍລິການ.
– ສາມາດບໍລິຫານ ແລະ ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ.
– ສາມາດໃຊ້ຮາດແວ, ຊອບແວ ຫຼື ເຄື່ອງມືດ້ານໄອຊີທີ ໃຫ້ມີຄວາມປອດໄພ, ສະດວກວ່ອງໄວ ແລະ ທັນສະໄໝ ທ່ວງທັນກັບສະພາບການພັດທະນາຂອງເຕັກໂນໂລຊີໃນແຕ່ລະໄລຍະ.
– ສາມາດວິເຄາະຄວາມສ່ຽງ, ຄົ້ນຄວ້ານຳໃຊ້, ບຳລຸງຮັກສາ, ຄຸ້ມຄອງ ແລະ ແກ້ໄຂບັນຫາຂໍ້ຂັດຂ້ອງທາງດ້ານເຕັກນິກຂອງຊັບພະຍາກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ
– ສາມາດຄົ້ນຄວ້ານຳໃຊ້ໂປຣແກຣມ, ອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນ ວຽກງານຕົວຈິງໃນປັດຈຸບັນ ແລະ ອະນາຄົດ.
ຫຼັກສູດປະລີນຍາຕີ ປະກອບມີ 2 ຫຼັກສູດດັ່ງລຸ່ມນີ້:
ຫຼັກສູດຊັ້ນປະລິນຍາຕີຕໍ່ເນື່ອງ ວິ ສະ ວະ ກຳເຕັກໂນໂລຊີ ການສື່ສານ ຂໍ້ ມູນຂ່າວສານ
ພາສາລາວ: ຫຼັກສູດຊັ້ນປະລິນຍາຕີຕໍ່ເນື່ອງ ວິສະວະກຳເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ພາສາອັງກິດ: Bachelor Curriculum of Continuing Course on Information and Communication Technology Engineering.
ມາດຕະຖານອາຊີບ
ມາດຕະຖານອາຊີບ
– ຮູ້ຈັກວິທີການບໍລິຫານຈັດການໄອຊີທີ ທີ່ເໝາະສົມກັບບົດບາດໜ້າທີ່ ແລະ ສອດຄ່ອງກັບສະພະວະການປ່ຽນແປງຢູ່ຕະຫຼອດເວລາ;
– ໄຈ້ແຍກ, ວິເຄາະ ແລະ ອະທິບາຍບັນດາຂໍ້ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ຂອງບັນດານິຕິກຳຕ່າງໆ ເພື່ອຊ່ວຍຊຸກຍູ້ ແລະ ສົ່່ງເສີມວຽກງານບໍລິຫານລັດດ້ວຍເອເລັກໂຕຣນິກ;
– ວາງແຜນ, ສ້າງ ແລະ ແກ້ໄຂຖານຂໍ້ມູນ, ລະບົບເຊີເວີ ພາຍໃນສໍານັກງານ ແລະ ອົງກອນ;
– ວາງແຜນ ແລະ ເລືອກເຝັ້ນ ເຄື່ອງມືຕ່າງໆ ໃນການຂຽນໂປຣແກຣມ, ການສ້າງ ແລະ ພັດທະນາເວັບໄຊທ໌, ການສ້າງແອບພລິເຄຊັນ;
– ວິເຄາະ, ສ້າງ ແລະ ແກ້ໄຂ ໂປຣແກຣມ, ເວັບໄຊທ໌, ແອບພລິເຄຊັນ;
– ໄຈ້ແຍກ ແລະ ໝູນໃຊ້ ນະໂຍບາຍ, ກົດໝາຍ, ນິຕິກຳ ການຄຸ້ມຄອງໂຄງການ, ການຄຸ້ມຄອງໂທລະຄົມ, ການຄຸ້ມຄອງຄື້ນຖີ່ ແລະ ການຄຸ້ມໄປສະນີ;
– ແກ້ໄຂ, ຈຳແນກ ແລະ ປ້ອງກັນ ຄວາມປອດໄພທາງເຄືອຂ່າຍ ແລະ ຄວາມປອດໄພທາງອິນເຕີເນັດ;
– ວິເຄາະ; ຄົ້ນຄວ້ານຳໃຊ້; ບຳລຸງຮັກສາ; ຄຸ້ມຄອງ ແລະ ແກ້ໄຂບັນດາ ໃນວຽກງານຕິດພັນທາງດ້ານໂທລະຄົມມະນາຄົມ ເຊັ່ນ: ລະບົບສາຍສົ່ງ, ລະບົບເຄື່ອງຮັບ-ສົ່ງ, ສູນກາງໂທລະສັບ;
– ຄິດຄົ້ນ ແລະ ປະດິດສິ່ງໃໝ່ໆທາງດ້ານໄອຊີທີ ເພື່ອມານໍາໃຊ້ເຂົ້າໃນວຽກງານ ແລະ ການດໍາລົງຊີວິດຂອງມວນມະນຸດ;
– ເຮັດວຽກເປັນຄະນະ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ຊື່ສັດ ແລະ ມີຈັນຍາບັນຕໍ່ວິຊາຊີບ;
– ພົວພັນປະສານງານກັບບຸກຄົນ; ໜ່ວຍງານ; ອົງການ ຫຼື ພາກສ່ວນທີ່ກ່ຽວພັນໄດ້ເປັນຢ່າງດີ;
– ກ້າສະແດງອອກ; ສາມາດເຈລະຈາຕໍ່ລອງ, ພົບປະກັບຄູ່ຮ່ວມມື ຫຼື ລູກຄ້າໄດ້ເປັນຢ່າງດີ.
ຫຼັກສູດຊັ້ນປະລິນຍາຕີວິສະວະກຳເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ລະບົບ 4 ປີ)
ພາສາລາວ : ພາສາລາວ: ຫຼັກສູດຊັ້ນປະລິນຍາຕີວິສະວະກຳເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ພາສາອັງກິດ: Bachelor Curriculum of Information and Communication Technology Engineering.
ຄາດໝາຍຜົນການຮຽນຮູ້
– ຮູ້ຈັກພື້ນຖານການນໍາໃຊ້ ໄອຊີທີ ເຂົ້າໃນວຽກງານ ທີ່ເໝາະສົມກັບບົດບາດໜ້າທີ່ ແລະ ສອດຄ່ອງກັບສະພະວະການປ່ຽນແປງຢູ່ຕະຫຼອດເວລາ.
– ວາງແຜນ ແລະ ອອກແບບລະບົບເຄືອຂ່າຍໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.
– ຄົ້ນຄວ້ານຳໃຊ້, ບຳລຸງຮັກສາ, ຄຸ້ມຄອງ ແລະ ແກ້ໄຂທາງດ້ານເຕັກນິກ ຂອງອຸປະກອນລະບົບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຢ່າງມີປະສິດທິພາບ.
– ຄາດຄະເນທິດທາງ ຫຼື ແນວໂນ້ມຂອງການຫັນປ່ຽນທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ.
– ປະຕິບັດວຽກງານທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ນັບຕັ້ງແຕ່ການບໍລິການອົງການທີ່ຕົນເອງສັງກັດ, ການສ້າງ, ການນໍາມາວິເຄາະ ຫຼື ປະມວນຜົນ, ການຮັບ – ສົ່ງຂໍ້ມູນ, ການຈັດເກັບ ຫຼື ການນໍາໄປໃຊ້ງານໃໝ່ເປັນຕົ້ນ.
– ປະເມີນຜົນໄດ້ຮັບ ແລະ ກວດສອບວຽກງານທາງດ້ານໄອຊີທີໄດ້ຢ່າງມີປະສິດທິພາບ.
– ຄິດຄົ້ນ ແລະ ປະດິດສິ່ງໃໝ່ໆທາງດ້ານໄອຊີທີ ເພື່ອມານໍາໃຊ້ເຂົ້າໃນວຽກງານ ແລະ ການດໍາລົງຊີວິດຂອງມວນມະນຸດ.
– ເຮັດວຽກເປັນໝູ່ຄະນະ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ຊື່ສັດ ແລະ ມີຈັນຍາບັນຕໍ່ວິຊາຊີບ.
– ພົວພັນປະສານງານກັບບຸກຄົນ, ໜ່ວຍງານ, ອົງການ ຫຼື ພາກສ່ວນທີ່ກ່ຽວໄດ້ເປັນຢ່າງດີ.
– ກ້າສະແດງອອກໃນການສື່ສານ, ເຈລະຈາຕໍ່ລອງ, ພົບປະກັບຄູ່ຮ່ວມງານ ຫຼື ລູກຄ້າໄດ້ເປັນຢ່າງດີ.