Modern technology gives us many things.

ກອງປະຊຸມ ຄົ້ນຄວ້າ ແລະ ຮັບຮອງລາຍວິຊາ, ໜ່ວຍກິດ ຫຼັກສູດປະລິນຍາຕີ

ໃນວັນທີ 9-10 ກຸມພາ 2023 ທີ່ທ່າລາດ, ແຂວງວຽງຈັນ, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມ “ຄົ້ນຄວ້າ ແລະ ຮັບຮອງລາຍວິຊາ, ໜ່ວຍກິດ ຫຼັກສູດປະລິນຍາຕີ

ໃນວັນທີ 9-10 ກຸມພາ 2023 ທີ່ທ່າລາດ, ແຂວງວຽງຈັນ, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມ “ຄົ້ນຄວ້າ ແລະ ຮັບຮອງລາຍວິຊາ, ໜ່ວຍກິດ ຫຼັກສູດປະລິນຍາຕີ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ 04 ສາຂາ” ຂຶ້ນ, ໃຫ້ກຽດຂຶ້ນເປັນປະທານກອງປະຊຸມ ໂດຍທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຕ່າງໜ້າບັນດາກົມກ່ຽວຂ້ອງ, ຄະນະນຳສະຖາບັນ, ພະນັກງານຈົບປະລິນຍາເອກພາຍໃນກະຊວງ ຕສ, ຄະນະຮັບຜິດຊອບພັດທະນາຫຼັກສູດ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າຮ່ວມ.ຊຶ່ງກອງປະຊຸມດັ່ງກວ່າແມ່ນເພື່ອແນໃສການປັບປຸງຍົກລະດັບຫຼັກສູດການສອນຂອງສະຖາບັນ ຕສ ໂດຍການຍົກລະດັບຈາກຊັ້ນສູງເປັນປະລິນຍາຕີເພື່ອໃຫ້ສາມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດແຮງງານດ້ານ ICT ດີຈີຕ໋ອນ, ໂດຍເນັ້ນການສ້າງແຜນພັດທະນາບຸກຄະລາກອນໃຫ້ມີທັກສະທາງດ້ານດີຈີຕ໋ອນທີ່ທາງລັດຖະບານໄດ້ກຳນົດໄວ້.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More