Modern technology gives us many things.

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຈັດພິທີ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ພ້ອມພິທີ ມອບ-ຮັບ ປະກາສະນິຍະບັດ ນັກສຶກສາ ປະລິນຍາຕີ ພາກປົກກະຕິ ແລະ ປະລິນຍາຕີ ຕໍ່ເນື່ອງ ຮຸ່ນທີ 06.

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຈັດພິທີ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ພ້ອມພິທີ ມອບ-ຮັບ ປະກາສະນິຍະບັດ ນັກສຶກສາ ປະລິນຍາຕີ ພາກປົກກະຕິ ແລະ ປະລິນຍາຕີ ຕໍ່ເນື່ອງ ຮຸ່ນທີ 06.
ພັດທະນາສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເພື່ອເປັນການປະກອບສ່ວນໃນການຂັບເຄື່ອນ 3 ເສົາຄໍ້າ ໃນການຫັນເປັນດິຈິຕອນ ຂອງ ສປປ ລາວ.
ໃນວັນທີ 06 ຕຸລາ 2026 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ (07 ຕຸລາ) ຄົບຮອບ 32 ປີ ຢ່າງມີຄວາມໝາຍ ຄວາມສຳຄັນ ພ້ອມທັງຈັດພິທີມອບ-ຮັບ ປະກາສະນິຍະບັດ ໃຫ້ແກ່ນັກສຶກສາ ປະລິນຍາຕີ ພາກປົກກະຕິ ແລະ ປະລິນຍາຕີ ຕໍ່ເນື່ອງ ຮຸ່ນທີ 6 ສາຂາວິສະວະກຳເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ເຕັມໄປດ້ວຍບັນຍາກາດອັນຢ່າງອົບອຸ່ນ ແລະ ມ່ວນຊື່ນ.


ພິທີອັນຊົງກຽດນີ້ ໄດ້ຈັດຂຶ້ນໂດຍ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ. ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີ ທ່ານ. ປະລິນຍາເອກ ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ພ້ອມດ້ວຍຕາງໜ້າຈາກບັນດາກົມ, ສູນ, ສະຖາບັນ, ອົງການ, ຊ່ຽວຊານຈາກອົງການ NIPA ປະຈໍາ ສຕສ, ສູນ KADA ປະຈໍາ ສຕສ, ຕາງໜ້າບັນດາບໍລິສັດ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນສົກສຶກສາ 2025-2026 ນີ້, ສຕສ ໄດ້ສ້າງຜົນງານອັນໂດດເດັ່ນ ໃນການສ້າງບັນດາ “ຊັບພະຍາກອນມະນຸດດິຈິຕອນ” ອອກສູ່ສັງຄົມ ໂດຍມີນັກສຶກສາສໍາເລັດການສຶກສາຕົວຈິງ ຈໍານວນທັງໝົດ 60 ຄົນ. ໃນນັ້ນ, ນັກສຶກສາ ຫຼັກສູດ ປະລິນຍາຕີ ສາຂາວິສະວະກໍາເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ພາກປົກກະຕິ ຈໍານວນ 49 ຄົນ ແລະ ປະລິນຍາຕີ ຕໍ່ເນື່ອງ ຈໍານວນ 11 ຄົນ. ນອກຈາກນີ້, ສະຖາບັນ ຍັງໄດ້ຍົກລະດັບຄວາມສາມາດດ້ານວິຊາການ ເພື່ອຕອບສະໜອງຄວາມຕ້ອງການບຸກຄະລາກອນດ້ານເຕັກໂນໂລຊີ ຂອງພາກລັດ ແລະ ເອກະຊົນ, ເສີມສ້າງທັກສະດ້ານເຕັກໂນໂລຊີທີ່ທັນສະໄໝ ແລະ ກຽມຄວາມພ້ອມໃຫ້ແກ່ການຫັນເປັນດິຈິຕອນຂອງປະເທດ ຜ່ານການຮ່ວມມືກັບບັນດາບໍລິສັດຊັ້ນນຳ ເຊັ່ນ: ລັດວິສະຫະກິດ ລາວໂທລະຄົມມະຫາຊົນ, ອີທີແອລ ຈຳກັດ, ຫົວເຫວີຍ ເທັກໂນໂລຊີ (ລາວ) ຈໍາກັດ, ສະກາຍໂທລະຄົມ, ສະຕາໂທລະຄົມ ຈຳກັດ, ຮຸ່ງອາລຸນ ເທັກໂນໂລຢີ ຈຳກັດ, ລາຍລາວແລັບ ໄອຊີທີ ໂຊລູເຊີນ ຈຳກັດ, ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ (ກົມສື່ສານ, ກະຊວງປ້ອງກັນປະເທດ), ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລ ແຫ່ງຊາດ, ອົງການ NIPA ແລະ ມະຫາວິທະຍາໄລ ໃນພາກພື້ນ ເຊັ່ນ: ສສ. ຫວຽດນາມ, ສປ. ຈີນ, ກຳປູເຈຍ ແລະ ໄທ ເປັນຕົ້ນ.
ເຊິ່ງໃນພິທີ ຄະນະນຳ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ທິດຊີ້ນໍາ, ທິດທາງ ແລະ ເປົ້າໝາຍໃນສົກສຶກສາ 2026-2027
ໃນການຍົກລະດັບບຸກຄະລາກອນ: ສົ່ງເສີມຄູ-ອາຈານ ໃນການຄົ້ນຄວ້າວິໄຈວິທະຍາສາດ ແລະ ເພີ່ມຫຼັກສູດ AI ເຂົ້າໃນການຮຽນ-ການສອນ.
ພັດທະນາຫຼັກສູດທັນສະໄໝ: ປັບປຸງ ຫຼັກສູດໄລຍະສັ້ນ-ໄລຍະຍາວ, ໃຫ້ກ້າວສູ່ຍຸກປັນຍາປະດິດ.
ກະກຽມການປັບປຸງສະຖາບັນ: ເລັ່ງປັບປຸງໂຄງລ່າງພື້ນຖານ ແລະ ກົງຈັກການຈັດຕັ້ງ ເພື່ອຍົກລະດັບຄຸນນະພາບທາງດ້ານການສຶກສາ ຂອງສະຖາບັນ.
ແລະ ທ່ານຍັງໄດ້ເໜັ້ນໜັກຄວາມສໍາຄັນຕື່ມອີກ
“ການສອນໜັງສືເປັນເລື່ອງທີ່ງ່າຍ ແຕ່ການທີ່ຈະສອນຄົນ ຫຼື ສອນນັກຮຽນ-ນັກສຶກສາ ໃຫ້ກາຍເປັນຄົນດີ, ຄົນເກັ່ງ ແບບມີວິໄນ ແລະ ກະຕັນຍູ ແມ່ນຍາກ, ພວກເຮົາຕ້ອງໄດ້ສືບຕໍ່ພັດທະນາ ກໍ່ສ້າງບຸກຄະລາກອນ ແລະ ປັບປຸງ ຫຼັກສູດ ຊັ້ນສູງ ແລະ ປະລິນຍາຕີ ໃຫ້ແທດເໝາະກັບການປ່ຽນແປງທາງດ້ານເຕັກໂນໂລຊີ ເພື່ອຍົກລະດັບຄຸນນະພາບ ການຮຽນ-ການສອນ ຂອງສຕສ ໃຫ້ທັນກັບການປ່ຽນໃໝ່ທາງດ້ານເຕັກໂນໂລຊີ.
ພິທີດັ່ງກ່າວໄດ້ປິດລົງດ້ວຍບັນຍາກາດອັນອົບອຸ່ນ, ພາກພູມໃຈ ແລະ ເຕັມໄປດ້ວຍຮ້ອຍຍິ້ມ ຂອງບັນດາຄູ-ອາຈານ, ຜູ້ປົກຄອງ ແລະ ນັກສຶກສາ ຈົບໃໝ່ ທີ່ພ້ອມຈະກ້າວອອກໄປເປັນກຳລັງສໍາຄັນໃນການຂັບເຄື່ອນ 3 ເສົາຄໍ້າ: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ ຂອງ ສປປ ລາວ ໃຫ້ຂະຫຍາຍຕົວຢ່າງແຂງແຮງ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More