Modern technology gives us many things.

ພິທີເປີດຊຸດຝຶກອົບຮົມການນຳໃຊ້ ລະບົບປັນຍາປະດິດ AI

ພິທີເປີດຊຸດຝຶກອົບຮົມການນຳໃຊ້ ລະບົບປັນຍາປະດິດ AI

ໃຫ້ພະນັັັກງານຫ້ອງການອ້ອມຂ້າງ ແລະ ຕາແສງພາຍໃນ ເມືອງຈັນທະບູລີ

           ໃນຕອນເຊົ້າຂອງວັນທີ 11-13 ພະຈິກ 2026 ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ພ້ອມທັງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຮ່ວມກັບ ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ເມືອງຈັນທະບູລີ ໄດ້ຈັດຕັ້ງຝຶກອົບຮົມການນຳໃຊ້ລະບົບປັນຍາປະດິດ AI  ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ເກດ ເທບວົງສາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ແລະ ທ່ານ ປອ ອາຣົມຮັກ ໄຊຊະນະສົງຄາມ ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານ ເກດສຸດາກອນ ວັດທະນາໄຊ ຮອງປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ໂດຍມີພະນັກງານຫ້ອງການອ້ອມຂ້າງ ແລະ ຕາແສງພາຍໃນ ເມືອງຈັນທະບູລີ ເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດ 45 ທ່ານ,ນັກສຳມະນາກອນ 31 ທ່ານ, ຍິງ 12 ທ່ານ.

ຊຸດຝຶກອົບຮົມຄັ້ງນີ້ ຈະດຳເນີນເປັນເວລາ 3 ວັນ ແຕ່ວັນທີ 11-13 ພະຈິກ 2026 ມີຈຸດປະສົງເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ທັກສະນະດ້ານເຕັກໂນໂລຊີ ໃຫ້ແກ່ພະນັກງານ-ລັດຖະກອນ ໃນການນຳໃຊ້ເຄື່ອງມື AI ເຂົ້າໃນການຮ່າງເອກະສານທາງລັດຖະການ, ການວາງແຜນ ແລະ ການວິເຄາະປະເມີນຜົນວຽກງານ, ເພີ່ມຄວາມວ່ອງໄວ ໃຫ້ການປະຕິບັດວຽກງານມີປະສິດທິພາບສູງຂຶ້ນ.

ໃນພິທີ, ຄະນະປະທານ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນ ແລະ ການນຳໃຊ້ເຕັກໂນໂລຊີປັນຍາປະດິດ AI ເຂົ້າໃນວຽກງານຕົວຈິງ, ນຳໃຊ້ໃຫ້ຖືກຕ້ອງສອດຄ່ອງ ແລະ ມີລັກສະນະສ້າງສັນ ເພື່ອຍົກສູງປະສິດທິພາບ ໃນການປະຕິບັດວຽກງານຢ່າງຮອບດ້ານ. ພ້ອມດຽວກັນນັ້ນ, ປະທານຍັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ສຶກສາຮຽນຮູ້, ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ, ສາມາດນຳໃຊ້ເຄື່ອງມື AI ໄດ້ຢ່າງເໝາະສົມ, ມີີຄວາມປອດໄພ ແລະ ນຳເອົາຄວາມຮູ້ໄປໝູນໃຊ້ໃນວຽກງານຢ່າງມີປະສິດທິຜົນ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More