Modern technology gives us many things.

ສຕສ ແລະ ຮົວເວ້ (Huawei) ຮ່ວມລົງນາມ ສະໜັບສະໜູນ ແລະ ພັດທະນາຊັບພະຍາກອນດິຈິຕອນ ຢູ່ ສປປ ລາວ

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ ຮົວເວ້ ເທັກໂນໂລຢີ (ລາວ) ຈຳກັດ (Huawei Technologies (Lao) Sole Co, Ltd) ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອເປັນການສະໜັບສະໜູນ ແລະ ພັດທະນາຊັບພະຍາກອນດິຈິຕອນຮ່ວມກັນ. ພິທີລົງນາມບົດບັນທຶກດັ່ງກ່າວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 15 ມິຖຸນາ 2023, ທີ່ຫ້ອງປະຊຸມ ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.

ຈຸດປະສົງກໍເພື່ອສະແດງໃຫ້ເຫັນເຖິງບູລິມະສິດອັນຮີບດ່ວນຂອງລັດຖະບານ ໃນການຫັນເປັນທັນສະໄໝ ເປັນຕົ້ນແມ່ນ: ການຮ່ວມມືສ່ົງເສີມດ້ານການພັດທະນາຫຼັກສູດ Huawei ICT Academy, ຮ່ວມກັນໃນການສ້າງຫຼັກສູດການຮຽນທາງດ້ານໄອຊີທີ (ICT), ຝຶກອົບຮົມໃຫ້ແກ່ບັນດານັກຮຽນ, ຢັ້ງຢືນມາດຕະຖານຂອງຄູສອນ, ສະໜັບສະໜູນການຝຶກງານ, ການຈັດສຳມະນາ, ການນຳໃຊ້ platforms online, ເຂົ້າຮ່ວມການແຂ່ງຂັນທາງດ້ານໄອຊີທີ, ມອບທຶນການສຶກສາ, ຮ່ວມມືກັນຄົ້ນຄວ້າທາງດ້ານວິຊາການ, ຝຶກອົບຮົມໃຫ້ແກ່ພະນັກງານພາກລັດ ທີ່ຮັບຜິດຊອບທາງດ້ານວຽກງານບໍລິການ ການສຶກສາ ແລະ ສົ່ງເສີມພັດທະນາພະນັກງານທ້ອງຖິ່ນທີ່ມີພອນສະຫວັນທາງດ້ານໄອຊີທີ.

ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ໂດຍ ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຮອງຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຮົວ ຈືເໝິງ ຜູ້ບໍລິຫານສູງສຸດ ບໍລິສັດ ຮົວເວ້ ເທັກໂນໂລຢີ (ລາວ) ຈໍາກັດ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຄີພະຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເທັກໂນໂລຢີ ແລະ ການສື່ສານ, ມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມນັ້ນ ຍັງມີປຶກສາ ເອກອັກຄະລັດຖະທູດ ສປ ຈີນ, ມີຮອງປະທານ ບໍລິສັດ ຮົວເວ້ອາຊີ-ປາຊີຟິກ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More