ກະຊວງເຕັກໂນໂລຊີ ແລະ ການສື່ສານ ສົ່ງຄະນະຮັບຜິດຊອບລົງເຄື່ອນໄຫວເກັບກຳຂໍ້ມູນ ແລະ ຊຸກຍູ້ການຮ່ວມມືດ້ານດິຈິຕອນ ທີ່ແຂວງສະຫວັນນະເຂດ
ວັນທີ 09 ມິຖຸນາ 2026 – ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມອບໝາຍໃຫ້ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສົ່ງຄະນະຮັບຜິດຊອບລົງເຄື່ອນໄຫວວຽກງານຕົວຈິງ ທີ່ແຂວງສະຫວັນນະເຂດ ເພື່ອເກັບກຳຂໍ້ມູນຕະຫຼາດແຮງງານ ແລະ ຈັດກິດຈະກຳຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ.
ຄະນະຮັບຜິດຊອບນຳໂດຍ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ພ້ອມດ້ວຍຄະນະ, ໄດ້ມີການຮ່ວມເຮັດວຽກຢ່າງໃກ້ຊິດກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ), ພະແນກສຶກສາທິການ ແລະ ກິລາ, ແລະ ມະຫາວິທະຍາໄລສະຫວັນນະເຂດ. ໃນການເຄື່ອນໄຫວຄັ້ງນີ້, ຄະນະຮັບຜິດຊອບໄດ້ຂໍຄວາມຊ່ວຍເຫຼືອຈາກພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ ໃນການລົງສຳຫຼວດຄວາມຕ້ອງການຂອງຕະຫຼາດແຮງງານ ໂດຍນຳໃຊ້ແບບສອບຖາມທີ່ຄະນະຮັບຜິດຊອບໄດ້ກະກຽມໄວ້ຢ່າງເປັນລະບົບ. ການຮ່ວມມືດັ່ງກ່າວ ແມ່ນເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ແລະ ສະເໜີແຜນການຮ່ວມມືກັນໃນຕໍ່ໜ້າ ໂດຍສຸມໃສ່ການຍົກລະດັບການສິດສອນ, ການຄົ້ນຄວ້າວິທະຍາສາດ ແລະ ການຝຶກອົບຮົມບຸກຄະລາກອນຮ່ວມກັນ.
ພາຍໃນກິດຈະກຳການເຄື່ອນໄຫວ, ຄະນະຮັບຜິດຊອບໄດ້ຈັດການຝຶກອົບຮົມໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອໃຫ້ມີຄວາມຮູ້ຄວາມເຂົ້າໃຈພື້ນຖານທີ່ສຳຄັນ ໃນ 4 ຂົງເຂດຫຼັກ ຄື: ວິສະວະກຳຊອບແວ (Software Engineering), ໄອຊີທີ (ICT), ປັນຍາປະດິດ (AI) ແລະ ຄວາມປອດໄພທາງໄຊເບີ (Cyber-Security). ນອກຈາກນີ້, ຍັງໄດ້ຖືໂອກາດເຜີຍແຜ່ບັນດາຜົນງານການເຄື່ອນໄຫວ, ພ້ອມທັງແນະນຳຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ ສາຂາໄອຊີທີ ແລະ ສາຂາຊອບແວ ທີ່ເປັນຫຼັກສູດຮ່ວມມືກັບມະຫາວິທະຍາໄລຍຸນນານ (ສປ ຈີນ) ໃນຮູບແບບ 1+2+1 ເພື່ອເປັນທາງເລືອກໃໝ່ໃຫ້ແກ່ນັກຮຽນ-ນັກສຶກສາໃນແຂວງສະຫວັນນະເຂດ. ພ້ອມກັນນັ້ນ, ຍັງໄດ້ນຳສະເໜີບັນດາຫຼັກສູດຝຶກອົບຮົມໄລຍະສັ້ນທີ່ທັນສະໄໝ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃນຍຸກດິຈິຕອນ.
ການເຄື່ອນໄຫວໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການເຊື່ອມໂຍງລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຊຳນານງານໃນຂົງເຂດເຕັກໂນໂລຊີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜັນຂະຫຍາຍແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ໃຫ້ປະກົດຜົນເປັນຈິງ.


