Modern technology gives us many things.

ປະຊຸມຕ້ອນຮັບຄະນະຜູ້ແທນຈາກ ວິທະຍາໄລວິຊາຊີບການເງິນ ແລະ ເສດຖະກິດ ຊີສວນ ປະເທດຈີນ

ໃນວັນທີ 28 ພຶດສະພາ 2026 ເວລາ 9:00 ຫາ 11:00 ໂມງ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໄດ້ມີການຈັດກອງປະຊຸມຕ້ອນຮັບຄະນະຜູ້ແທນຈາກ ວິທະຍາໄລວິຊາຊີບການເງິນ ແລະ ເສດຖະກິດ ຊີສວນ ປະເທດຈີນ ຢ່າງເປັນທາງການ. ຝ່າຍ ສຕສ ໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ພ້ອມດ້ວຍຄະນະ ສຕສ ທ່ານ ປອ.ນ ໃຈມາລີ ພະກະຊຸມ, ທ່ານ ປອ. ອາຣົມຮັກ ໄຊຊະນະສົງຄາມ ຕະຫຼອດຮອດຄະນະພະແນກ ແລະ ວິຊາການເຂົ້າຮ່ວມ, ຂະນະທີ່ຝ່າຍຈີນນຳໂດຍ ທ່ານ Fugang ຜູ້ອຳນວຍການວິທະຍາໄລ ການບັນຊີການເງິນ ພ້ອມດ້ວຍຄະນະ. ການພົບປະໃນຄັ້ງນີ້ມີຈຸດປະສົງເພື່ອສົ່ງເສີມການຮ່ວມມືດ້ານການຄົ້ນຄວ້າ ແລະ ການສຶກສາລະຫວ່າງສອງສະຖາບັນ ເຊິ່ງຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາເຕັກນິກຮ່ວມກັນ ໂດຍສະເພາະໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການບັນຊີການເງິນ ຢູ່ ສປປ ລາວ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More