ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ໄດ້ຈັດຊຸດຝຶກອົບຮົມໃນຫົວຂໍ້: “ການນຳໃຊ້ AI ເພື່ອເພີ່ມປະສິດທິພາບໃນວຽກງານ” ໃຫ້ແກ່ພະນັກງານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ.
ໃນລະຫວ່າງວັນທີ 21 ຫາ 23 ກໍລະກົດ 2026, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ໄດ້ຈັດຊຸດຝຶກອົບຮົມໃນຫົວຂໍ້: “ການນຳໃຊ້ AI ເພື່ອເພີ່ມປະສິດທິພາບໃນວຽກງານ” ໃຫ້ແກ່ພະນັກງານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ..
ຊຸດຝຶກອົບຮົມດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານຫົວໜ້າ, ຮອງຫົວໜ້າພະແນກ, ບັນດາທ່ານຫົວໜ້າ ແລະ ຮອງຂະແໜງການ ພ້ອມດ້ວຍພະນັກງານວິຊາການທັງໝົດ ຈຳນວນ 52 ທ່ານ, ເຊິ່ງໃນນັ້ນມີຜູ້ເຂົ້າຮ່ວມຍິງຈຳນວນ 27 ທ່ານ. ສຳລັບການບັນຍາຍ ແລະ ພາປະຕິບັດຕົວຈິງໃນຄັ້ງນີ້ ແມ່ນໄດ້ຮັບກຽດຖ່າຍທອດບົດຮຽນໂດຍ ວິທະຍາກອນຊ່ຽວຊານ ຈາກ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ).
ຈຸດປະສົງຫຼັກຂອງການອົບຮົມ ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ ໃນການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເຂົ້າໃນການຊ່ວຍປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີຄວາມວ່ອງໄວ, ທັນສະໄໝ ແລະ ມີປະສິດທິພາບສູງຂຶ້ນ. ຮູບແບບຂອງການຝຶກອົບຮົມ ແມ່ນເນັ້ນການລົງມືປະຕິບັດຕົວຈິງ (Hands-on) ເຖິງ 70% ແລະ ພາກທິດສະດີ 30%.
ສຳລັບໂຄງສ້າງເນື້ອຫາຂອງການຝຶກອົບຮົມຕະຫຼອດໄລຍະ 3 ວັນ ແມ່ນປະກອບມີລາຍລະອຽດດັ່ງນີ້:
- ມື້ທີ 1: ການຮຽນຮູ້ພື້ນຖານກ່ຽວກັບ AI ແລະ ສິນລະປະການສັ່ງງານ (Prompt Engineering) ເພື່ອໃຫ້ເຂົ້າໃຈກົນໄກການເຮັດວຽກຂອງ AI.
- ມື້ທີ 2: ການສ້າງສັນເນື້ອຫາຕ່າງໆ (Text, Docs, Image & Audio) ໂດຍນຳໃຊ້ເຄື່ອງມື AI ມາຊ່ວຍຈັດການເອກະສານ, ແປພາສາ, ສ້າງຮູບພາບ ແລະ ສຽງ.
- ມື້ທີ 3: ການຜະລິດວິດີໂອ, ການຮຽນຮູ້ກ່ຽວກັບຈັນຍາບັນ ແລະ ຄວາມປອດໄພໃນການນຳໃຊ້ AI ພ້ອມທັງການນຳສະເໜີຜົນງານ Project ຂອງຜູ້ເຂົ້າຮ່ວມ.
ໃນຕອນທ້າຍຂອງການຝຶກອົບຮົມ, ທາງຄະນະຈັດງານໄດ້ມີການວັດຜົນການຮຽນຮູ້, ສະຫຼຸບຜົນການຮຽນ ແລະ ໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ເຂົ້າຮ່ວມຄົບຖ້ວນ 3 ວັນ ພ້ອມທັງຖ່າຍຮູບຮ່ວມກັນເປັນທີ່ລະນຶກ ເພື່ອກຽມພ້ອມນຳເອົາບົດຮຽນໄປຈັດຕັ້ງປະຕິບັດເຂົ້າໃນວຽກງານວິຊາສະເພາະຂອງຕົນຕໍ່ໄປ.
