ພິທີເປີດຊຸດຝຶກອົບຮົມການນຳໃຊ້ ລະບົບປັນຍາປະດິດ AI ໃຫ້ພະນັັັກງານ-ລັດຖະກອນ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ແລະ ຫ້ອງການສາທາລະນະສຸກ 9 ເມືອງ
ໃນຕອນເຊົ້າຂອງວັນທີ 28 ຕຸລາ 2026 ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງຝຶກອົບຮົມການນຳໃຊ້ລະບົບປັນຍາປະດິດ AI ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ເກດ ເທບວົງສາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ແລະ ທ່ານ ສາວິວອນ ວົງສິມມາ ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໂດຍມີພະນັກງານ-ລັດຖະກອນຂອງພະແນກສາທາລະນະສຸກພ້ອມດ້ວຍ ຕາງໜ້າຈາກຫ້ອງການສາທາລະນະສຸກ 9 ເມືອງເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດ 59 ທ່ານ, ຍິງ 32 ທ່ານ.
ຊຸດຝຶກອົບຮົມຄັ້ງນີ້ ຈະດຳເນີນເປັນເວລາ 3 ວັນ ມີຈຸດປະສົງເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ທັກສະນະດ້ານເຕັກໂນໂລຊີ ໃຫ້ແກ່ພະນັກງານ-ລັດຖະກອນ ໃນການນຳໃຊ້ເຄື່ອງມື AI ເຂົ້າໃນການຮ່າງເອກະສານທາງລັດຖະການ, ການວາງແຜນ ແລະ ການວິເຄາະປະເມີນຜົນວຽກງານ, ເພີ່ມຄວາມວ່ອງໄວ ໃຫ້ການປະຕິບັດວຽກງານມີປະສິດທິພາບສູງຂຶ້ນ. ໃນພິທີ, ຄະນະປະທານ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນ ແລະ ການນຳໃຊ້ເຕັກໂນໂລຊີປັນຍາປະດິດ AI ເຂົ້າໃນວຽກງານຕົວຈິງ, ນຳໃຊ້ໃຫ້ຖືກຕ້ອງສອດຄ່ອງ ແລະ ມີລັກສະນະສ້າງສັນ ເພື່ອຍົກສູງປະສິດທິພາບ ໃນການປະຕິບັດວຽກງານຢ່າງຮອບດ້ານ. ພ້ອມດຽວກັນນັ້ນ, ປະທານຍັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ສຶກສາຮຽນຮູ້, ແລກປ່ຽຄຳຄິດຄຳເຫັນຢ່າງກົງໄປກົງມາ, ສາມາດນຳໃຊ້ເຄື່ອງມື AI ໄດ້ຢ່າງເໝາະສົມ, ມີີຄວາມປອດໄພ ແລະ ນຳເອົາຄວາມຮູ້ໄປໝູນໃຊ້ໃນວຽກງານຢ່າງມີປະສິດທິຜົນ.