Modern technology gives us many things.

ຈັດສຳມະນາ ຫົວຂໍ້ AI and ICT Project Management (Level – 2) ໃຫ້ພະນັກງານຄຸ-ອາຈານ ສຕສ

ໃນຕອນບ່າຍຂອງວັນທີ 29 ມິຖຸນາ 2024, ທີ່ຫ້ອງປະຊຸມໃຫຍ່ ສູນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດສຳມະນາ ຫົວຂໍ້ AI and ICT Project Management (Level – 2) ໃຫ້ພະນັກງານຄຸ-ອາຈານ ສຕສ, ຕາງໜ້າພະແນກ ແລະ ວິຊາການບັນດາກົມ/ທຽບເທົ່າ ກະຊວງ ຕສ ທັງໝົດຫລາຍກວ່າ 30 ທ່ານ ເຂົ້າຮ່ວມ ພາຍໃຕ້ການບັນຍາຍໂດຍ ຊ່ຽວຊານອົງການ NIPA ປະເທດ ສ.ເກົາຫລີ ປະຈຳ ສຕສ. ພາຍຫຼັງການນຳສະເໜີບົດສຳມະນາ ໄດ້ມີການແລກປ່ຽນຄວາມຮູ້ປະສົບການ-ຄຳຄິດເຫັນລະຫວ່າງຜູ້ບັນຍາຍ ແລະ ນັກສຳມະນາກອນ, ຖາມ-ຕອບ ຢ່າງມີສີສັນ, ເຫັນໄດ້ເຖິງຄວາມສົນໃຈ ແລະ ຄວາມເອົາໃຈໃສ່ໃນການຄົ້ນຄິດເພື່ອນຳໃຊ້ເຕັກໂນໂລຊີ ແລະ ອົງຄວາມຮູ້ທີ່ກ່ຽວຂ້ອງເຂົ້າໃນວຽກງານຕົວຈິງຂອງນັກສຳມະນາກອນ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More