Modern technology gives us many things.

ສຕສ ຈັດຊຸດຝຶກອົບຮົມ ຫົວຂໍ້ ວິເຄາະ, ອອກແບບລະບົບ ແລະ ນໍາໃຊ້ໂປຣແກຣມ Visio.

ຄັ້ງວັນທີ 9 ຕຸລາ 2024, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດຊຸດຝຶກອົບຮົມ ຫົວຂໍ້ ວິເຄາະ, ອອກແບບລະບົບ ແລະ ການນໍາໃຊ້ໂປຣແກຣມ Visio ໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກສຶກສາ ພາຍໃນສະຖາບັນ. ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ທ່ຽງທຳ ແກ້ວປະສິດ ຮອງຫົວໜ້າສະຖາບັນ, ວິທະຍາກອນ ອຈ ສີສົງຄາມ ພິມມະເສນ  ຈາກສູນຝຶກອົບຮົມ ຊີອີໂອລາວ ເຊິ່ງມີພະນັກງານ, ຄູອາຈານ ແລະ ນັກສຶກສາ ພາຍໃນສະຖາບັນ ເຂົ້າຮ່ວມຝຶກຢ່າງພ້ອມພຽງ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More