ບາງຂໍ້ແນະນໍາສໍາລັບຜູ້ທີ່ໃຊ້ງານອຸປະກອນ IoT
-ບໍ່ໃຊ້ລະຫັດຜ່ານທີ່ມາກັບໂຕເຄື່ອງ (Default Password) ເນື່ອງຈາກລະຫັດຜ່ານເຫຼົ່ານັ້ນສາມາດຄົ້ນຫາໄດ້ທົ່ວໄປຈາກອິນເຕີເນັດ ແລະ malware ທີ່ໂຈມຕີອຸປະກອນ IoT ມີລະຫັດຜ່ານຂອງອຸປະກອນ IoT ສ່ວນໃຫຍ່ມີລະຫັດດັ່ງກ່າວໃນຖານຂໍ້ມູນ ເຮັດໃຫ້ສາມາດເຊື່ອມຕໍ່ເຂົ້າມາຄວບຄຸມເຄື່ອງໄດ້ທັນທີ.
-ບໍ່ຕ້ອງເຊື່ອມຕໍ່ອິນເຕີເນັດຫາກບໍ່ມີຄວາມຈຳເປັນ ເພາະອຸປະກອນ IoT ບາງຢ່າງ ເຊັ່ນ: ຕູ້ຊັກເຄື່ອງ, ເຄື່ອງຊົງກາເຟ ຜູ້ໃຊ້ມັກຈະມີຄວາມຈໍາເປັນຕ້ອງໃຊ້ງານອຸປະກອນເຫຼົ່ານີ້ ເມື່ອຢູ່ເຮືອນເທົ່ານັ້ນ ການເປີດໃຫ້ອຸປະກອນເຫຼົ່າ ນີ້ສາມາດເຂົ້າເຖິງໄດ້ໂດຍຜ່ານເຄືອຂ່າຍອິນເຕີເນັດອາດເປັນສິ່ງທີ່ບໍ່ຈຳເປັນ ແລະ ເພີ່ມຄວາມສ່ຽງດ້ານຄວາມປອດໄພ.
-ປິດການເຂົ້າເຖີງການຕັ້ງຄ່າຂອງເຄື່ອງອຸປະກອນໄດ້ຈາກອິນເຕີເນັດ ອຸປະກອນຫຼາຍລຸ້ນສາມາດຕັ້ງຄ່າໃຫ້ປິດການເຂົ້າເຖິງສ່ວນທີ່ຄວບຄຸມການເຮັດວຽກຂອງອຸປະກອນຈາກພາຍນອກໄດ້ ເພື່ອຊ່ວຍຫຼຸດຄວາມເສຍຫາຍຈາກຜູ້ທີ່ ບໍ່ຫວັງດີເຊື່ອມຕໍ່ເຂົ້າຄວບຄຸມເຄື່ອງ.
-ຕິດຕາມຂ່າວສານ ແລະ ອັບເດດ firmware ເປັນປະຈໍາ ຜູ້ຜະລິດຈະມີການອັບເດດ firmware ຂອງອຸປະກອນແຕ່ລະໄລຍະ ແລະ ຫຼາຍເທື່ອມັກມີການແກ້ໄຂຊ່ອງຫວ່າງຂອງບັນຫາດ້ານຄວາມປອດໄພລວມຢູ່ນໍາ. ຜູ້ໃຊ້ຄວນກວດສອບ ແລະ ອັບເດດ firmware ໃຫ້ເປັນເວີເຊີນລ່າສຸດຢູ່ເລື້ອຍໆເພື່ອຄວາມປອດໄພ.
-ຖ້າພົບຄວາມຜິດປົກກະຕິອາດຈະລອງ reboot ເນື່ອງຈາກ malware ໃນ IoT ສ່ວນໃຫຍ່ຈະເຮັດວຽກຢູ່ໃນ ໜ່ວຍຄວາມຈໍາຂອງເຄື່ອງເທົ່ານັ້ນ ການ reboot ອາດຊ່ວຍໃຫ້ສາມາດລຶບ malware ໄດ້ (ເມື່ອ reboot ສໍາເລັດແລ້ວ ຄວນປ່ຽນລະຫັດຜ່ານເພື່ອປ້ອງກັນບໍ່ໃຫ້ກັບມາອີກເທື່ອໜຶ່ງ).
ຄັດຈາກເວັບໄຊ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ: https://www.mtc.gov.la/