ເປີດຮັບສະໝັກນັກສຶກສາປະລິນຍາຕີ ສາຂາ ພັດທະນາຊອບແວ
ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ມະຫາວິທະຍາໄລຍຸນນານ ເປີດຮັບສະໝັກນັກສຶກສາປະລິນຍາຕີ ສາຂາ ພັດທະນາຊອບແວ
ລາຍລະອຽດ
-ປີທີ 1 ແລະ ປີສຸດທ້າຍ ຂຽນບົດ ຢູ່ລາວ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.
-ປີທີ 2 ແລະ 3 ຮຽນຢູ່ມະຫາວິທະຍາໄລຍຸນນານ (ສປ.ຈີນ) ທຶນຟຣີ ຄ່າຮຽນ ແລະ ບ່ອນພັກຈໍານວນ 15 ທຶນ.
-ການຊໍາລະຄ່າຮຽນແມ່ນຈ່າຍພຽງແຕ່ປີທີ 1 ແລະ ປີທີ 4 ທີ່ຮຽນຢູ່ລາວ.
-ຫລັກສູດ ພາສາອັງກິດ ຕະຫລອດເວລາຮຽນຢູ່ ສປ.ຈີນ.

ພາຍຫຼັງສໍາເລັດການສຶກສາ ຈະໄດ້ຮັບໃບປະກາດຂອງມະຫາວິທະຍາໄລຄຸນນານ ແລະ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ເປີດຮັບສະໝັກ ໃນສົກສຶກສາ 2025-2026 ນີ້.
ຂໍ້ມູນເພີ່ມເຕີມ: ອຈ ນະ ແພງຄໍາມີ 7777-4501
ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຖະໜົນລາວ-ໄທ, ບ.ວັດນາກ, ມ.ສີສັດຕະນາກ, ນະຄອນຫຼວງວຽງຈັນ