ເປີດສຳມະນາພາຍໃຕ້ຫົວຂໍ້ “ທິດທາງການພັດທະນາກະແສ AI ໃນປີ 2025” ແລະ “ແນະນຳເຄື່ອງມື AI”
ໃນຕອນເຊົ້າວັນທີ 07 ມີນາ 2025 ເວລາ 09:00 ໂມງ ທີ່ຫ້ອງປະຊຸມຊັ້ນ 05 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ສະຫະພັນແມ່ຍິງຮາກຖານສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ເປີດສຳມະນາພາຍໃຕ້ຫົວຂໍ້ “ທິດທາງການພັດທະນາກະແສ AI ໃນປີ 2025” ແລະ “ແນະນຳເຄື່ອງມື AI” ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ 08 ມີນາ ຄົບຮອບ 115 ປີ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ ປະດັບໄຊ ໄຊຍະໂຄດ ເລາຂາໜ່ວຍພັກຮາກຖານສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ບັນດາຄະນະນຳ, ຄະນະພະແນກ, ນັກວິທະຍາກອນ, ເອື້ອຍນ້ອງແມ່ຍິງ ແລະ ນັກສຶກສາ ຈຳນວນ 76 ສະຫາຍ.

ໃນພິທີດັ່ງກ່າວ, ຍັງໄດ້ຮັບການບັນຍາຍຂອງ ທ່ານ Hahn Shin, WFK NIPA Advisor ຊ່ຽວຊານເກົາຫລີທີ່ມາປະຈຳການຢູ່ ສະຖາບັນ ຕສ ແລະ ທ່ານ ປອ ອາຣົມຮັກ ໄຊຊະນະສົງຄາມ, ຫົວໜ້າພະແນກຝຶກອົບຮົມ ໄອຊີທີ ທີ່ໄດ້ແນະນຳທິດທາງການພັດທະນາກະແສ AI ໃນປີ 2025 ແລະ ແນະນຳເຄື່ອງມື AI ຕ່າງໆໃຫ້ກັບເອື້ອຍນ້ອງແມ່ຍິງພະນັກງານ-ຄູອາຈານ ແລະ ນັກສຶກສາ ເພື່ອນຳໃຊ້ເຂົ້າໃນວຽກງານຕົວຈິງ ແລະ ລະບົບການຮຽນ-ການສອນ.

ໃນພິທີກໍຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ປອ ປະດັບໄຊ ໄຊຍະໂຄດ ເລາຂາໜ່ວຍພັກຮາກຖານສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເພື່ອເປັນແນວທາງໃນການສືບຕໍ່ພາລະກິດການເຄື່ອນໄຫວວຽກງານຂອງເອື້ອຍນ້ອງແມ່ຍິງ ສະຖາບັນ ຕສ ໃຫ້ນັບມື້ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ.
ເນື້ອໃນຂ່າວໂດຍ: ສະຫະພັນແມ່ຍິງຮາກຖານສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ