ກອງປະຊຸມຜ່ານບົດໂຄງການຈົບຊັັ້ນນັກສຶກສາປະລິນຍາຕີຕໍ່ເນື່ອງ (ຮຸຸ່ນທີ 04) ສົກສຶກສາ 2024-2025 ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ໃນວັນທີ 08 ເມສາ 2025 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໄດ້ຈັດກອງປະຊຸມຜ່ານບົດໂຄງການຈົບຊັັ້ນນັກສຶກສາປະລິນຍາຕີຕໍ່ເນື່ອງ (ຮຸຸ່ນທີ 04) ສົກສຶກສາ 2024-2025 ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໂດຍການເປັນປະທານ ຂອງ ທ່ານ ປະລິນຍາເອກ ປະດັບໄຊ ໄຊຍະໂຄດ, ກຳມະການພັກ ກະຊວງ ຕສ, ເລຂາໜ່ວຍພັກຮາກຖານ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ມີບັນດາທ່ານ ຮອງຫົວໜ້າສະຖາບັນ, ຄະນະກຳມະການປ້ອງກັນບົດໂຄງການ ແລະ ນັກສຶກສາ ເຂົ້າຮ່ວມ 36 ທ່ານ.

ໂດຍອີງໃສ່ ແຜນພັດທະນາ 05 ປີ ຄັ້ງທີ II (2021 – 2026) ແລະ ອີງໃສ່ແຜນປະຈໍາປີ 2025 ຂອງ ສະຖາບັນເຕັກໂນໂລຊີການສື່ສານຂ້ໍມູນຂ່າວສານ ການຂຽນບົດໂຄງການຈົບຊັ້ນຂອງນັກສຶກສາ ກ່ອນຈະສຳເລັດການສຶກສາແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ເນື່ອງຈາກວ່າເປັນສິ່ງສະແດງຜົນງານຂອງນັກສຶກສາທີ່ສະສົມຄວາມຮູ້ຄວາມສາມາດ ແລະ ປະສົບການ ຂອງຕົນເອງທີ່ໄດ້ຈາກການສຶກສາໃນໄລຍະ 03 ປີຜ່ານມາ, ຊຶ່ງເປັນຜົນງານທາງດ້ານວິຊາການທີ່ເປັນໝາກຜົນໃນການຂຽນບົດໂຄງການຈົບຊັ້ນຂອງນັກສຶກສາ ປະກອບມີ: ຜົນງານການສ້າງເວັັບໄຊທລະບົບຈັດການຂອງໂຮງແຮມ, ຮ້ານອາຫານ, ຮ້ານຄ້າອອນລາຍ, ການສ້າງວິດີໂອອານີເມຊັນ, ການສ້າງລະບົບໄອໂອທີ ຊຶ່ງບັນດາຫົວຂໍ້ດັ່ງກ່າວລ້ວນແລ້ວແຕ່ເປັນຫົວຂໍ້ທີ່ໜ້າສົນໃຈ ແລະ ເປັນຜົນງານອັນປະຈັກຕາເພື່ອ ເປັນການ ຊຸກຍູ້, ສົ່ງເສີມວຽກງານການຄົ້ນຄວ້າວິທະຍາສາດ ໃຫ້ແກ່ພະນັກງານລັດຖະກອນຄູພາຍໃນ ແລະ ເປັນການເຜີຍແຜ່ຜົນງານດັ່ງກ່າວ, ທັງຍັງເປັນໃບໜ້າຂອງສະຖາບັນ ທີ່ສາມາດນຳເອົາຜົນງານຈາກການເຮັດບົດໂຄງການຈົບຊັ້ນ ພ້ອມບົດໂຄງການຈົບຊັ້ນດັ່ງກາວໄປວາງສະແດງເອກອ້າງໃນສັງຄົມເວົ້້າລວມ ເວົ້າສະເພາະກໍ່ຄືງານວາງສະແດງພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ.

ໃນພິທີດັ່ງກ່າວ, ທ່ານ ປະລິນຍາເອກ ປະດັບໄຊ ໄຊຍະໂຄດ, ກຳມະການພັກ ກະຊວງ ຕສ, ເລຂາໜ່ວຍພັກຮາກຖານ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ເນັ້ນໜັກໃຫ້ຄະນະກຳມະການ ທຸກທ່ານເຮັດໜ້າທີ່ຂອງຕົນເອງດ້ວຍຄວາມຍູດຕິທຳໂປ່ງໃສ່ ບົນພື້ນຖານຫຼັກການລວມ ເພື່ອເຮັດໃຫ້ບົດໂຄງການຈົບຊັ້ນຂອງນັກສຶກສາໃນຮຸ່ນນີ້ ສົມບູນ ແລະ ສາມາດນຳໄປຕໍ່ຍອດວຽກງານວິຊາການໃຫ້ແກ່ຄູອາຈານ ແລະ ນັກສຶກສາຮຸ່ນຕໍ່ໆໄປ. ເນື້ອໃນບົດອອກຂ່າວ ໂດຍ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.